ອາເມລິກາຕ້ອງທຳໃຈ! ລັດຖະມົນຕີການເງີນສະຫະລັດຍອມຮັບລະດູໜາວລາຄາພະລັງງານຈະສູງ

ອາເມລິກາຕ້ອງທຳໃຈ! ລັດຖະມົນຕີການເງີນສະຫະລັດຍອມຮັບລະດູໜາວລາຄາພະລັງງານຈະສູງ

ລັດຖະມົນຕີວ່າການກະຊວງການເງີນສະຫະລັດລະບຸວ່າອາເມລິກາອາດຕ້ອງປະເຊີນລາຄາພະລັງງານພຸ່ງສູງໃນຊ່ວງລະດູໜາວນີ້ ຄັ້ງທີ່ສະຫະພາບຢູໂຣບຫຼຸດການຊື້ນ້ຳມັນຣັດເຊຍລົງຈຳນວນຫຼາຍ

ພ້ອມຢືນຢັນຂໍ້ສະເໜີຂອງຕາເວັນຕົກກ່ຽວກັບການກຳນົກເພດານລາຄານ້ຳມັນສົ່ງອອກຂອງຣັດເຊຍ ມີເປົ້າໝາຍເພື່ອຄວບຄຸມບໍ່ໃຫ້ລາຄາພຸ່ງສູງໄປຫຼາຍກວ່າທີ່ເປັນຢູ່
“ມັນມີຄວາມສ່ຽງແລະເຮົາກຳລັງເຮັດວຽກກ່ຽວກັບເພດານລາຄາໃນຄວາມພະຍາຍາມຈັດການກັບຄວາມສ່ຽງ” ເຍເລນໃຫ້ສຳພາດ

ລາວກ່າວຕໍ່ວ່າມີຄວາມເປັນໄປໄດ້ທີ່ລາຄາພະລັງງານຈະພຸ່ງສູງມີຂຶ້ນເພາະວ່າ “ ອີຢູຈະຢຸດຊື້ນ້ຳມັນຣັດເຊຍເປັນສ່ວນໃຫຍ່” ແລະກຳນົດມາດຕາການແບນງານບໍລິການຕ່າງໆ ທີ່ເປີດທາງໃຫ້ຣັດເຊຍສົ່ງອອກນ້ຳມັນຜ່ານເຮືອບັນທຸກນ້ຳມັນ
ແຜນກຳນົດເພດານລາຄາພະລັງງານຣັດເຊຍທີ່ທາງກຸ່ມປະເທດລ່ຳລວຍຈີນຈີິ 7ເຫັນພ້ອມກັນ ຮຽກຮ້ອງບັນດາປະເທດທີ່ເຂົ້າຮ່ວມປະຕິເສດງານບໍລິການດ້ານຄວາມປອດໄພການເງີນ, ນາຍໜ້າ ການເດີນເຮືອແລະງານບໍລິການອື່ນໆ ແກ່ສິນຄ້ານ້ຳມັນ

ທີ່ມີລາຄາເກີນກວ່າເພດານລາຄາທີ່ກຳນົດກັບນ້ຳມັນດິບແລະຜະລິດຕະພັນນ້ຳມັນຂອງຣັດເຊຍ
ເຍເລນກ່າວວ່າ ເພດານລາຄານີ້ມີເປົ້າໝາຍຄືຫຼຸດລາຍໄດ້ຂອງຣັດເຊຍ ທີ່ອາດນຳໄປໃຊ້ສົງຄາມໃນຢູເຄຼນ ຂະນະດຽວກັນຍັງຄົງເປີດທາງໃຫ້ອຸປະທານນ້ຳມັນຣັດເຊຍເຂົ້າສູ່ຕະຫຼາດເພື່ອບໍ່ໃຫ້ເກີດພາວະຂາດແຄລນເຊິ່ງຈະຊ່ວຍໃຫ້ລາຄາພະລັງງານຫຼຸດຕໍ່າລົງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page