7 ນິໃສທີ່ຄວນຢຸດ! ຖ້າຢາກ“ໝັ້ນໃຈໃນຕົນເອງ” ຫຼາຍຂື້ນ
ຄວາມໝັ່ນໃຈນັ້ນບໍ່ແມ່ນການຫຼົງຕົນເອງ ເຖິງແມ່ນວ່າສອງຢ່າງນີຈະຄ້າຍຄືກັນຈົນເຮັດໃຫ້ສັບສົນ ແຕ່ຄົນທີ່ຫຼົງຕົນເອງຕ້ອງການໃຫ້ເຮົາທຸກຄົນຄິດວ່າຕົນເອງພິເສດ ພວກເຂົາຢາກມີຊື່ສຽງ ແລະຕ້ອງການໃຫ້ຄົນອື່ນຊື່ນຊົມ
ແຕ່ຄວາມໝັ່ນໃຈນັ້ນບໍ່ໄດ້ກ່ຽວກັບຄວາມເຫັນແກ່ຕົວ ຫຼືການຕ້ອງການຍອມຮັບຈາກຄົນອື່ນແຕ່ຢ່າງໃດ ແລະ ມື້ນີແອດຈະມາບອກນິໃສທີ່ຄວນຢຸດຖ້າຢາກສ້າງຄວາມໝັ້ນໃຈໃຫ້ຕົນເອງ.
1.ມັກເວົ້າໃນດ້ານລົບກັບຕົນເອງ: ແນ່ນອນວ່າໃນຈຸດໜື່ງຂອງຊີວິດ ພະລັງງານດ້ານລົບອາດເປັນແຮງພັກດັນໃຫ້ກັບເຮົາ ແຕ່ຕອນນີ້ມັນເປັນສິ່ງທີ່ດືງເຮົາໄວ້ທາງຫຼັງແລະພັງຄວາມໝັ້ນໃຈຂອງເຮົາລົງເລື່ອຍໆ
2.ໃສ່ໃຈຄຳເວົ້າຂອງຄົນອື່ນຫຼາຍເກີນໄປ: ການເບິ່ງຫາການຍອມຮັບຈາກຜູ້ອື່ນ ນັ້ນເປັນເຄື່ອງໝາຍທີ່ສະແດງວ່າເຮົານັ້ນຮັກຕົນເອງບໍຫຼາຍພໍ ດັ່ງນັ້ນຫາກຢາກໝັ່ນໃຈໃນຕົນເອງຫຼາຍຂືນ ກໍໃຫ້ຢຸດພະຍາຍາມເຮັດຕາມຄວາມຄາດຫວັງຂອງຄົນອື່ນ ແລະເລີ່ມເຫັນຄຸນຄ່າຂອງຕົນເອງໄດ້ແລ້ວ
3.ເສຍເວລາກັບເລື່ອງບໍ່ມີສາລໍະ: ເພື່ອເສີມສ້າງຄວາມໝັ້ນໃຈ ເຮົາຕ້ອງສ້າງຄວາມພາກພູມໃຈຄວາມສາມາດຂອງຕົວເອງ ລອງຮຽນຮູ້ສິ່ງໃໝ່ໆ ເພື່ອເພີ່ມຄຸນຄ່າໃຫ້ຕົນເອງ ແທນການເຮັດຕາມໃຈຕົວເອງໃນເລື່ອງບໍ່ມີສາລະ
4.ເຫັນຄວາມລົ້ມເຫຼວເປັນພຽງອຸປະສັກ ບໍ່ແມ່ນຍໂອກາດທີ່ຈະເຕີບໂຕ: ການເບິ່ງພຽງຂໍ່້ຈຳກັດໄດ້ພຽງສ້າງຄວາມແຂງແກ່ງໃຫ້ຕົນເອງເທົ່ານັ້ນ ແຕ່ການປ່ຽນຄວາມລົ້ມເຫຼວໃຫ້ເປັນໂອກາດໃຫ້ເຮົາໄດ້ຮຽນຮູ້ແລະເຕີບໃຫຍ່ຕ່າງຫາກ ຈື່ງຈະເຮັດໃຫ້ເຮົາໄດ້ພັດທະນາຕົນເອງແລໍະເຮັດໃນສິ່ງທີ່ມີຄວາມໝາຍ
5.ເບີ່ງໜ້າຈໍຫຼາຍກວ່າການທົບທວນຕົນເອງ: ຢຸດໃຊ້ສະໝອງຂອງເຮົາໄປກັບການຈ້ອງເບິ່ງໜ້າຈໍໝົດມື້ ບຸກຄົນທີ່ຍິ່ງໃຫຍ່ໃນໂລກນີ້ລ້ວນອ່ານໜັ້ງສື ແລະຄິດທົບທວນຕົນເອງທັ້ງໝົດ ເຖິງເວລາແລ້ສທີ່ເຮົາຈະສ້າງຮາກຖານ ແຫ່ງຄວາມສຳເລັດແລະຄວາມໝັ້ນໃຈ.
6.ຈົມປັກຢູ່ກັບອາດີດ: ບໍ່ວ່າອາດີດຂອງເຮົານັ້ນຈະດີຫຼືຶບໍ່ດີ ມັນເປັນສິ່ງທີ່ເກີດຂືນໄປແລ້ວ ດັ່ງນັ້ນຈົງໃສ່ໃຈຕໍ່ປະຈຸບັນແລະເລີ່ມສ້າງອານາຄົດໃຫ້ດີຂື້ນກວ່າເກົ່າ.
7.ກັງວົນກັບສິ່ງທີ່ຍັງບໍ່ເກີດຂື້ນ: ທາງດຽວທີ່ຈະສ້າງອານາຄົດໃຫ້ເປັນໄປຕາມທີ່ເຮົາຄາດຫວັງຄື ເຮັດປະຈຸບັນໃຫ້ດີທີ່ສຸດເພາະການວາດຝັນເຖິງອານາຄົດນັ້ນອາດບໍ່ມີຄ່າ ຫາກເຮົາບໍ່ໃສ່ໃຈຕໍ່ປະຈຸບັນໃຫ້ຫຼາຍພໍ