ຕັດຊ່ອງທາງການໂກຍເງິນ! ນໍເວບໍ່ເຫັນພ້ອມກັບ UN ຄ້ານແຜນກຳນົດເພດານລາຄາອາຍແກ໊ສ
ນໍເວເຊິ່ງກ້າວຂຶ້ນມາແທນທີ່ຣັດເຊຍໃນຖານະຜູ້ຈັດຫາອຸປະທານອາຍແກ໊ຊທຳມະຊາດຫຼັກ ປ້ອນແກ່ຢູໂຣບດັບຄວາມຫວັງຂອງລັດສະມາຊິກອີຢູທີ່ຕ້ອງການໃຫ້ທາງກຸ່ມກຳນົດເພດານລາຄານ້ຳມັນອາຍແກ໊ຊ
ອົວຊູລາ ຟອນ ແດໄລເອິນ ປະທານຄະນະກຳມາທິການຢູໂຣບເປັນຄັ້ງທີ 2 ໃນຮອບບໍ່ຮອດມື້ທີ່ຜ່ານມາ ໂຈນາສ ກາ ສະໂຕ ນາຍົກລັດຖະມົນຕີນໍເວ ບອກວ່າເຂົາມີຄວາມສົງໃສຕໍ່ແນວຄິດກຳນົດເພດານລາຄາອາຍແກ໊ຊທຳມະຊາດ
“ເຮົາເຫັນພ້ອມສົນທະນາກັບອີຢູໃກ້ຊິດຍິ່ງຂຶ້ນໃນອານາຄົດ ກ່ຽວກັບຂ້ໍສະເໜີຕ່າງໆ” ເຂົາກ່າວ ເຮົາສົນທະນາຫາລືກັນແບບເປີດໃຈ ແຕ່ເຮົາຮູ້ສຶກສົງໄສກ່ຽວກັບມາດຕາການກຳນົດເພດານສູງສຸດຂອງລາຄາອາຍແກ໊ຊ”
ບັນດາລັດຖະມົນຕີພະລັງງານຂອງຢູໂຣບເຊິ່ງພົບປະຫາລືກັນໃນບັດເຊ ກ່າວວ່າ ພວກເຂົາຢາກໃຫ້ກຳນົດມາດຕາການຕ່າງໆ ໂດຍມີເປົ້າໝາຍເພື່ອຕໍ່ສູ້ກັບລາຄາອາຍແກ໊ຊແລະຄ່າໄຟທີ່ພຸ່ງສູງ ເຊິ່ງບາງສ່ວນໃນນັ້ນຮຽກຮ້ອງໃຫ້ກຳນົດເພດານລາຄາອາຍແກ໊ຊທັງໝົດທີ່ນຳເຂົ້າຢູໂຣບ
ໃນຂະນະທີ່ຄະນະກຳມາທິການຢູໂຣບຂໍ້ສະເໜີກຳນົດເພດານລາຄາສະເພາະອາຍແກ໊ຊທີ່ນຳເຂົ້າຈາກຣັດເຊຍ ແຕ່ຫຼາຍລັດສະມາຊິກ ໃນນັ້ນລວມເຖິງອີຕາລີ ຮຽກຮ້ອງກຳນົດເພດານລາຄາອາຍແກ໊ຊທັງໝົດທີ່ລັດສະມາຊິກອີຢູຊື້ ໂດຍເນັ້ນຢໍ້າວ່າອາຍແກ໊ຊຈາກຣັດເຊຍຄິດເປັນສັດສ່ວນພຽງ 9% ຂອງປະລິມານການຳເຂົ້າອາຍແກ໊ຊທັງໝົດຂອງອີຢູ.