ຢູເຄຼນແຄ້ນສຸດຂີດ! ໂຈມຕີຢ່າງດຸເດືອດທວງດິນແດນເພີ່ມ ອ້າງຈັບທະຫານຣັດເຊຍໄດ້ຫຼາຍ

ຢູເຄຼນແຄ້ນສຸດຂີດ! ໂຈມຕີຢ່າງດຸເດືອດທວງດິນແດນເພີ່ມ ອ້າງຈັບທະຫານຣັດເຊຍໄດ້ຫຼາຍ

ທະຫານຢູເຄຼນຍຶດດິນແດນຄືນຈກຣັດເຊຍໄດ້ເປັນບໍລິເວນກວ້າງ ຜັກດັນສຸດກຳລັງຫວນສູ່ແນວຊາຍແດນທາງພາກຕາເວັນອອກສຽງເໜືອໃນບາງພື້ນທີ່ ແລະອ້າງຈັບກຸມທະຫານຣັດເຊຍໄດ້ຈຳນວນຫຼາຍ

ສ່ວນໜຶ່ງໃນປະຕິບັດການໂຈມຕີຕອບໂຕ້ຢ່າງດຸເດືອດທີ່ບີບໃຫ້ມອສໂກຕ້ອງລ່າຖອຍຢ່າງຮີບດ່ວນ.
ໂຄສົກຂອງໜ່ວຍຂ່າວກອງທະຫານຢູເຄຼນເຜີຍວ່າທະຫານຣັດເຊຍຍອມຈຳນົນເປັນກຸ່ມ ເນື່ອງຈາກພວກເຂົາຮູ້ດີເຖິງຄວາມສິ້ນຫວັງໃນສະຖານະການຂອງພວກເຂົາ ສ່ວນທີ່ປຶກສາຂອງປະທານາທິບໍດີຢູເຄຼນທ່ານໜຶ່ງບອກວ່າ ມີນັກໂທດສົງຄາມຈຳນວນຫຼາຍ ຈົນກະທັ່ງຢູເຄຼນບໍ່ເຫຼືອພື້ນທີ່ສຳຮອງຮັບນັກໂທດເຫຼົ່ານັ້ນ


ທຸງສີເຫຼືອງນ້ຳເງີນຂອງຢູເຄຼນປິວສະບັດເໜືອເມືອງທີ່ໄດ້ຮັບການປົດປ່ອຍໃໝ່ໆ ໃນຂະທີ່ກອງທັບຢູເຄຼນລະບຸວ່າ ພວກເຂົາສາມາດປົດປ່ອຍຖິ່ນພຳນັກໄດ້ຫຼາຍກວ່າ 20ແຫ່ງໃນຊ່ວງ 24ຊົ່ວໂມງທີ່ຜ່ານມາ ສົ່ງຜົນໃຫ້ໃນຊ່ວງທີ່ຜ່ານມານີ້ກອງກຳລັງຢູເຄຼນທວງຄືນດິນແດນກັບມາເປັນບໍລິເວນກວ້າງ ຂະໜາດໃຫຍ່ກວ່າເກເທີລອນກອນປະມານເທົ່າຕົວ ຈາກການເປີດເຜີຍຂອງກະຊວງປ້ອງກັນລາດຊະອານາຈັກ.


ຫຼັງຈາກສະຖານະການໃນສະນາມຮົບຢູ່ໃນທາງຕັນມາດົນຫຼາຍເດືອນ ມີແນວໂນ້ມລ່າສຸດນີ້ໄດ້ເພີ່ມຂັວນກຳລັງໃຈແກ່ຢູເຄຼນແລະກະຕຸ້ນສຽງວິພາກວິຈານແບບບໍ່ຄ່ອຍພົບຕໍ່ສົງຄາມຂອງປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ແລະກະຊວງປ້ອງກັນແະເທດອອກມາແກ້ຕ່າງວ່າ ໄດ້ຖອນກຳລັງອອກຈາກ 2ພື້ນທີ່ໃນແຄ້ວນຄາຄິບ ທາງພາກຕາເວັນອອກສຽງເໜືອຂອງຢູເຄຼນ ເພື່ອຈັດວາງກຳລັງໃໝ່ໃນແຄ້ວນໂດເນສທາງພາກຕາເວັນອອກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page