ຮູ້ຫຼືບໍ່? ການນັ່ງຂາໄຂວ່ຫ້າງ ອັນຕະລາຍຕໍ່ຮ່າງກາຍ
ການນັ່ງຂາໄຂວ່ຫ້າງບໍ່ວ່າຈະເປັນຜູ້ຊາຍຫຼືຜູ້ຍິງນັບວ່າເປັນພຶດຕິກຳທີ່ຫຼາຍຄົນມັກເຮັດທັງໃນຕອນເຮັດວຽກ, ຕອນກິນເຂົ້າຫຼືນັ່ງຫຼິ້ນກໍຕາມແຕ່ຮູ້ຫຼືບໍ່ວ່າການນັ່ງແບບນີ້ຈະສົ່ງຜົນເສຍຕໍ່ຮ່າງກາຍຂອງເຮົາໄດ້ ມື້ນີ້ແອດຈະເອົາຂໍ້ມູນວ່າຝາກດັ່ງລຸ່ມນີ້:
ການນັ່ງຂາໄຂວ່ຫ້າງເປັນການນັ່ງທີ່ບໍ່ຖືກຫຼັກສຸຂະລັກສະນະແລະກໍ່ໃຫ້ເກີດຜົນເສຍຕໍ່ຮ່າງກາຍ ເຊິ່ງຄວາມເປັນຈິງແລ້ວການນັ່ງຂາໄຂວ່ຫ້າງຄືທ່າທີ່ຖ່າຍນ້ຳໜັກໄປດ້ານໃດດ້ານໜຶ່ງຊໍ້າໆ ກັນເປັນເວລາດົນໆ ແລະສົ່ງຜົນກະທົບຕໍ່ຫຼັງໂດຍກົງ ເຮັດໃຫ້ກະດູກສັນຫຼັງເກີດການຜິດຮູບຄົດງໍ ໄປຈົນເຖິງໝອນຮອງກະດູກເຊື່ອມໄດ້ມີຫຼາຍຄົນເມື່ອນັ່ງຂາໄຂວ່ຫ້າງແລ້ວເກີດອາການປວດຂາຫຼືຂາຊາ
ເພາະຄິດວ່າສວາເຫດມາຈາກການັ່ງຕິດຢູ່ກັບບ່ອນເປັນເວລາດົນ ແຕ່ຄວາມເປັນຈິງແລ້ວ ເກີດຈາກເສັ້ນປະສາດແລະເສັ້ນເລືອດໄປຫຼໍ່ລ້ຽງໃນສ່ວນຕ່າງໆຂອງຮ່າງກາຍ ໂດຍອາດເຮັດໃຫ້ເລືອດສູບສີດໄປບໍ່ເຖິງຈົນສົ່ງຜົນໃຫ້ເກີດອາການຊາທີ່ບໍລິເວນຕົ້ນຂາຈາກການນັ່ງຂາໄຂວ່ຫ້າງນັ້ນເອງ ແລະນອກຈາກນີ້ອາດຈະຮູ້ສຶກວ່າຕົ້ນຂາໃຫຍ່ຂຶ້ນກວ່າປົກກະຕິ ເຊິ່ງສາເຫດມາຈາກເສັ້ນເລືອດບໍລິເວນຕົ້ນຂາຖືກກົດທັບ, ເຮັດໃຫ້ເສັ້ນເລືອດໄຫຼວຽນບໍ່ສະດວກ ຈົນເກີດເປັນໄຂມັນສະສົມທີ່ບໍລິເວນຕົ້ນຂາ
ແນວໃດກໍຕາມ ຫາກເຄີຍຊິນກັບການນັ່ງຂາໄຂວ່ຫ້າງຕະຫຼອດຈົນຕິດເປັນນິໄສ ໃຫ້ລອງນັ່ງສະລັບຂາຕະຫຼອດ ເພື່ອຊ່ວຍໃຫ້ເບື້ອງໃດເບື້ອງໜຶ່ງບໍ່ແບກພາລະຈົນເກີນໄປ ແລະຍັງເປັນການປ້ອງກັນບໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບທີ່ຈະຕາມມາດ້ວຍ.