ຄວນຮູ້! ຕຳແໜ່ງຂອງສິວບອກໂລກອັນຕະລາຍຕໍ່ສຸຂະພາບ
ສິວ ເປັນບັນຫາກວນໃຈຂອງໃຜຫຼາຍຄົນ ເກີດໄດ້ຈາກຫຼາຍສາເຫດແລະຫຼາຍປັດໄຈ ສຳລັບໃຜທີ່ກັງວົນກັບບັນຫາສິວ ລອງສັງເກດເບິ່ງວ່າຂຶ້ນໃນຕໍາແໜ່ງໃດ ເພາະຕຳແໜ່ງຂອງສິວທີ່ຂຶ້ນອາດສົ່ງສັນຍານເຕືອນວ່າຮ່າງກາຍຂອງເຮົາມີຄວາມຜິດປົກກະຕິດັ່ງລຸ່ມນີ້:
ສິວບໍລິເວນໜ້າຜາກ: ກ່ຽວຂ້ອງກັບລະບົບທາງເດີນອາຫານແລະລະບົບຍ່ອຍອາຫານ ລວມເຖິງກະເພາະປັດສະວະ ແລະຕ່ອມໝວກໄຕເຊິ່ງເກີດຈາກການໄດ້ຮັບສານອາຫານທີ່ບໍ່ພຽງພໍຫຼືເລືອກຮັບປະທານອາຫານທີ່ບໍ່ເໝາະສົມ ລວມເຖິງຄວາມຄຽດແລະການນອນຫຼັງພັກຜ່ອນບໍ່ພຽງພໍ
ສິວບໍລິເວນລະຫວ່າງຄິ້ວ: ກ່ຽວຂ້ອງກັບລະບົບພູມຄຸ້ມກັນແລະການເຮັດວຽກຂອງຕັບເຊິ່ງເກີດຈາກການທີ່ກິນອາຫານລົດຈັດເກີນໄປຫຼືກິນເດິກຕະຫຼອດ
ສິວບໍລິເວນດັງ: ກ່ຽວຂ້ອງກັບການເຮັດວຽກຂອງຫົວໃຈ ລະບົບໄຫຼວຽນເລືອດ ແລະຮໍໂມນ ສຳລັບໃຜທີ່ມີສິວຂຶ້ນບໍໍລິເວນນີ້ຕະຫຼອດ ແນະນຳໃຫ້ກິນອາຫານທີ່ມີໂຟເລດເຊັ່ນ: ຜັກສີຂຽວ, ຕັບ, ໄຂ່ແດງ, ວິຕາມິນຫຼືທັນຍາພືດໄຂ່ຂັດສີ
ສິວບໍລິເວນຂ້າງແກ້ມ: ກ່ຽວຂ້ອງກັບລະບົບທາງເດີນຫາຍໃຈ ບົ່ງບອກວ່າລະບົບປອດຫຼືໄຊນັສກຳລັງມີບັນຫາມັກຈະເກີດຈາກການສູບຢາສູບ: ເປັນຫວັດຊຳເຮື້ອ ນອກຈາກນີ້ຍັງບົ່ງບອກເຖິງບັນຫາສຸຂະພາບຊ່ອງປາກແລະແຂ້ວໄດ້ອີກດ້ວຍ.
ສິວບໍລິເວນຄາງແລະຮີມປາກ: ກ່ຽວຂ້ອງກັບການເຮັດວຽກຂອງຮໍໂມນໃນຮ່າງກາຍ ເຊິ່ງສັງເກດໄດ້ວ່າ ຫາກມີປະຈຳເດືອນສາວໆມັກເປັນສິວບໍລິເວນນີ້ສະເໝີດັ່ງນັ້ນບໍ່ຄວນກົດຫຼືບີບ, ແກະ ແລະເກົາສິວບໍລິເວນນີ້ໂດຍເດັດຂາດເພາະມັນຈະຂຶ້ນຢູ່ຕະຫຼອດເວລາທີ່ມີປະຈຳເດືອນ.