ອ່ານດ່ວນ! 5 ພຶດຕິກຳສ່ຽງໂລກລິດຊີດວງທະວານ

ອ່ານດ່ວນ! 5 ພຶດຕິກຳສ່ຽງໂລກລິດຊີດວງທະວານ

ໂລກລິດຊີດວງທະວານ ຫຼາຍຄົນຄົງອາດຈະຮູ້ຈັກໂລກນີ້ແລະເປັນໂລກທີ່ບໍ່ມີໃຜຢາກເປັນ ບາງຄົນເປັນໜ້ອຍ ບາງຄົນເປັນຫຼາຍເຖິງຂັ້ນຮຸນແຮງກະທົບຕໍ່ການໃຊ້ຊີວິດປະຈຳວັນກໍມີ ສາເຫດຂອງໂລກນີ້ມາຈາກພຶດຕິກຳຂອງຄົນເຮົາທັງນັ້ນ

ບາງຄົນອາດຈະຍັງບໍ່ຮູ້ພຶດຕິກຳສ່ຽງຕໍ່ໂລກນີ້ມີຫຍັງແດ່ ມື້ນີ້ແອດຈະມາບອກຂໍ້ມູນດັ່ງລຸ່ມນີ້:
ກິນແຕ່ຊີ້ນສັດ ເພາະບໍ່ຄ່ອຍມີກາກໃຍຄືກັບຜັກແລະໝາກໄມ້ ເຮັດໃຫ່ຍ່ອຍຍາກ ຄົນທີ່ຮັບປະທານຊີ້ນສັດຈອ່ງມັກເປັນໂລກທ້ອງຜູກ


ເບັ່ງຖ່າຍອຸຈະລະເປັນເວລາດົນເຊັ່ນ: ນັ່ງຫຼິ້ນໂທລະສັບມືຖືໃນຂະນະຂັບຖ່າຍ
ທ້ອງຜູກຊຳເຮື້ອເຮັດໃຫ້ຕ້ອງເບັ່ງຖ່າຍອຸຈະລະເປັນປະຈຳ
ອາການໄອຊຳເຮື້ອມີຜົນເພີ່ມແຮງດັນໃນຊ່ອງທ້ອງ
ໃຊ້ຍາລະບາຍຫຼາຍເກີນໄປຫຼືມັກໃຊ້ຢາສວນອຸຈະລະ


ເມື່ອຮູ້ເຖິງເຫດຜົນຂອງໂລກລິດຊີດວງທະວານໄປແລ້ວ ລອງປັບປ່ຽນພຶດຕິກຳກຊຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດໂລກນີ້ໄດ້ ຄວນດື່ມນ້ຳຫຼາຍໆຢ່າງໜ້ອຍມື້ລະ 8-10ແກ້ວ ເພື່ອຊ່ວຍໃຫ້ການຂັບຖ່າຍອອກມາໄດ້ງ່າຍແລະຮັບປະທານໝາກໄມ້ທີ່ມີກາກໃຍສູງໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page