ອີຣານລະບຸພັດທະນາໂດຼນເພື່ອໂຈມຕີເມືອງຕ່າງໆໃນອິສຣາເອວ
ອີຣານພັດທະນາໂດຣນ ທີ່ຖືກອອກແບບເປັນການໂດຍສະເພາະໃຫ້ສາມາດໂຈມຕີເມືອງຕ່າງໆ ແຖບຊາຍຝັ່ງຂອງອິສະຣາເອວ ໃນກໍລະນີທີ່ຄວາສມເປັນສັດຕູຕໍ່ກັນເຖິງຂັ້ນແຕກຫັກ
ຜູ້ບັນຊາການທາງທະຫານບົກອີຣານ ເປີດເຜີຍວ່າ ອີຣານໄດ້ພັດທະນາໂດຣນລຸ່ນອາຣາ-2 ເຊິ່ງເປັນຮູບແບບໃໝ່ຂອງອາຣາ-1 ທີ່ເປັນໂດຣນຈູ່ໂຈມແບບຂ້າຕົວຕາຍໄລຍະໄກ ແລະກ່າວວ່າ ໂດຣນອາຣາ-2 ຂອງອີຣານ ເປັນໂດຣນໄຮ້ທຽມທານ
ເພາະຖືກອອກແບບໃຫ້ສາມາດໂຈຕີເປົ້າໝາຍຕ່າງໆຂອງອິສະຣາເອວ ບໍ່ວ່າຈະເປັນເມືອງໄຮຟາ ຫຼືກຣຸງເທີລາວີ ແລະຕອນນີ້ທາງກອງທັບກຳລັງລໍຖ້າຄຳສັ່ງທີ່ຈະນຳໂດຣນລຸ່ນໃໝ່ນີ້ເຂົ້າປະຈຳການ
ເຮດາຣີ ກ່າວຕໍ່ໄປວ່າ ໂດຣນອາຣາ-2 ສາມາດດຶງຂໍ້ມູນກ່ອນໂຈມຕີແລະທຳລາຍເປົ້າໝາຍທີ່ກຳໜົດອີກທັງຍັງຖືກອອກແບບໃຫ້ໂຈມຕີເມືອງໄຮຟາ
ແລະກຣຸງເທອາວີ ນັບເປັນໂດຣນໄຮ້ທຽມທານ ທີ່ຖືກນຳສະແດງຂີດຄວາມສາມາດໃນການຝຶກຊ້ອມທາງທະຫານໃນອາສນາຄົດ ສຳລັບໂດຣນອາຣາ-1 ທີ່ເປັນຕົ້ນແບບຂອງອາຣາ-2 ມີຄວາມຍາວ 4.5ເມດ ແລະປີກກ້ວາງ 3.5ເຖິງ 4ແມັດ ລວມເຖິງບິນໄດ້ໄກກວ່າ 1.400ກິໂລແມັດ
ຂະນະທີ່ລັດຖະມົນຕີອິສະຣາເອວກ່າວຫາອີຣານ ໃຊ້ຄ່າຍທະຫານໃນຊີເຣຍຜະລິດອາວຸດ ເບນນີ ແກນ ລັດມົນຕີປ້ອງກັນປະເທດອິດສະຣາເອວ ບອກວ່າ ອີຣານໄດ້ໃຊ້ຄ່າຍທະຫານກວ່າ 10ແຫ່ງໃນຊີເຣຍສ້າງຂີປະນາວຸດລ້ຳຍຸກທັ້ງໄລຍະໄກແລະໄລຍະກາງ ແລະອາວຸດຕ່າງໆ ຈາກນັ້ນຈັດສົ່ງໄປໃຫ້ກຸ່ມເຮບອລເລາະໃນເລບາບອນແລະກຸ່ມອື່ນທີ່ເປັນຕົວແທນອີຣານ.