ຢູເຄຼນຮຽກຮ້ອງຕາເວັນຕົກສົ່ງອາວຸດເພີ່ມຫຼັງສາມາດກູ້ຄືນພື້ນທີ່ໃຫ່ຍໄດ້ຈາກລັດເຊຍ

ຢູເຄຼນຮຽກຮ້ອງຕາເວັນຕົກສົ່ງອາວຸດເພີ່ມຫຼັງສາມາດກູ້ຄືນພື້ນທີ່ໃຫ່ຍໄດ້ຈາກລັດເຊຍ

ປະທານາທິບໍດີຢູເຄຼນຮຽກຮ້ອງຊາດຕາເວັນຕົກໃຫ້ສົ່ງອາວຸດເພີ່ມເຕີມຫຼັງກອງທັບຢູເຄຼນຕີໂຕ້ຈົນກອງທັບຣັດເຊຍຖອຍຕົກຫຼົ່ນບໍ່ເປັນຂະບວນ ສົ່ງຜົນໃຫ້ຢູເຄຼນຍຶດຄືນພື້ນທີ່ຂະໜາດໃຫຍ່ຈາກຣັດເຊຍ

ປະທານາທິບໍໂວໂລດິມີ ເຊເລນສະກີ ຜູ້ນຳຢູເຄຼນ ອອກມາຮຽກຮ້ອງປະເທດຕາເວັນຕົກໃຫ້ເລັ່ງສົ່ງອາວຸດເພີ່ມເຕີມ ເນື່ອງຈາກກອງທັບຢູເຄຼນວສາມາດຄວບຄຸມພື້ນທີ່ຂະໜາດໃຫຍ່ທາງຕາເວັນອອກສຽງເໜືອ ທີ່ຍຶດຄືນມາຈາດຣັດເຊຍ ແລະກອງກຳລັງຣັດເຊຍໄດ້ຖິ້ມຖານປະຕິບັດການຫຼັກໃນທາງຕາເວັນອອກສຽງເໜືອຂອງຢູເຄຼນ

ຫຼັງປະສົບຄວາມພ່າຍແພ້ຢ່າງບໍ່ເປັນທ່າ ຕັ້ງແຕ່ສົງຄາມເປີດສາກຂຶ້ນມາ ຂະນະທີ່ທະຫານຢູເຄຼນຍຶດຄືນເມືອງຫຼາຍສິບແຫ່ງກັບມາໄດ້ສຳເລັດ
ນອກຈາກນີ້ເຊເລນສະກີ ບອກວ່າ ຢູເຄຼນຍຶດຄືນພື້ນທີ່ຂະໜາດ 6.000ຕາຣາງກິໂລແມັດ ເຊິ່ງທຽບໄດ້ກັບພື້ນທີ່ເວແບງແລະກາຊາລວມກັນ ຂະນະທີ່ຣັດເຊຍຄວບຄຸມພື້ນທີ່ເກືອບ 1ໃນ 5ຂອງຢູເຄຼນ ຕັ້ງແຕ່ກອງທັບຣັດເຊຍບຸກຢູເຄຼນໃນເດືອນກຸມພາ.


ດ້ານເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍວ່າ ຣັດເຊຍສູນເສຍດິນແດນຂະໜາດໃຫຍ່ໃກ້ເມືອງຄາຄີ ໃນທາງຕາເວັນອອກສຽງເໜືອ ແລະຖອນກຳລັງທະຫານຈຳນວນຫຼາຍກັບອອກໄປ

Leave a Reply

Your email address will not be published. Required fields are marked *

You cannot copy content of this page