5 ພຶດຕິກຳສ່ຽງທຳຮ້າຍລະບົບຂັບຖ່າຍ
ເຊື່ອວ່າຫຼາຍຄົນຄົງມີພຶດຕິກຳບາງຢ່າງທີ່ເຮັດຈົນເປັນຊີວິດປະຈຳວັນ ເພາະຄິດວ່າບໍ່ເປັນໂທດຕໍ່ຮ່າງກາຍ ແຕ່ຮູ້ຫຼືບໍ່ວ່າພຶດຕິກຳເເຫຼົ່ານີ້ອາດເປັນການທຳລາຍລະບົບຂັບຖ່າຍຂອງຕົນເອງໃຫ້ບໍ່ດີລົງໄດ້ ພຶດຕິກຳສ່ຽງທີ່ທຳຮ້າຍລະບົບຂັບຖ່າຍນັ້ນມີຫຍັງແດ່ມາເບິ່ງກັນເລີຍ
– ອົດກັ້ນອຸຈະລະໄວ້ດົນ ບໍ່ຍອມຖ່າຍເມື່ອປວດ ຮ່າງກາຍຈະດູດຊືມເອົານ້ຳຈາກອຸຈະລະກົັບໄປໃຊ້ງານ ຂອງເສຍທີ່ຕ້ອງຂັບຖິ້ມກໍຖືກດູດຊືມກັບເຂົ້າກະແສເລືອດ ເຮັດໃຫ້ເກີດການສະສົມເຊື້ອໂລກຕ່າງໆ ສົ່ງຜົນໃຫ້ລະບົບພູມຄຸ້ມກັນເຮັດວຽກໜັກ ອາດເຮັດໃຫ້ເປັນໂລກລິດຊີດວງທະວານແລະສ່ຽງເປັນມະເຮັງລຳໄສ້ດ້ວຍ
-ກິນຍາລະບາຍ ການຂັບຖ່າຍດ້ວຍການກິນຢາລະບາຍ ຈະເຮັດໃຫ້ລຳໄສ້ເຮັດວຽກຜິດປົກກະຕິ ແລະເຮັດໃຫ້ການຂັບຖ່າຍບໍ່ດີຄວນພະຍາຍາມຂັບຖ່າຍດ້ວຍຕົນເອງຈະດີທີີ່ສຸດ
-ດີທັອກລຳໄສ້ເພື່ອໃຫ້ບໍ່ມີໜ້າທ້ອງ ການດີທັອກລຳໄສ້ຕະຫຼອດ ເປັນການຫຼຸດປະລິມານຈຸລິນຊີທີ່ມີປະໂຫຍດໃນລຳໄສ້ອອກໄປສົ່ງຜົນຮ້າຍຕໍ່ຮ່າງກາຍບໍ່ວ່າຈະເປັນລະບົບຂັບຖ່າຍ ລະບົບການຍ່ອຍອາຫານ ແລະລະບົບພູມຄຸ້ມກັນເຊື້ອໂລກ ເຊິ່ງຈິເຮັດໃຫ້ຮ່າງກາຍຮູ້ສຶກເໝື່ອຍອ່ນເພຍໄດ້
-ດື່ມນ້ຳໝາກໄມ້ແທນນ້ຳດື່ມບໍລິສຸດ ນ້ຳໝາກໄມ້ທີ່ແຍກກາກອອກເຮັດໃຫ້ມີໄຟເບີເສັ້ນໃຍອາຫານຫຼຸດລົງ ເຮັດໃຫ້ບໍ່ຊ່ວຍໃນເລື່ອງຂອງການຂັບຖ່າຍ ຄວນຫັນມາກິນມາກໄມ້ສົດແລະດື່ມນ້ຳໃຫ້ຫຼາຍໆ
ຫຼີກລ່ຽງການອອກກຳລັງກາຍຫຼືເຮັດວຽກຢູ່ກັບບ່ອນນບໍ່ມີການຫຍັບ ເພາະເມື່ອຮ່າງກາຍບໍ່ມີການເຄື່ອນໄຫວລຳໄສ້ກໍຈະຢຸດນິ່ງ ກາກອາຫານທີ່ເຮົາກິນໄປກໍຍັງຕົກຄ້າງຢູ່ໃນລຳໄສ້ຄືເກົ່າເຮັດໃຫ້ສ່ຽງຕ່ໍພາວະໂລກທ້ອງຜູກໄດ້.