ແມ່ນແທ້ຫຼືບໍ? ເປັນຫຍັງເວລາອ່ານໜັງສືແລ້ວງ່ວງນອນ

ແມ່ນແທ້ຫຼືບໍ? ເປັນຫຍັງເວລາອ່ານໜັງສືແລ້ວງ່ວງນອນ

ເຊື່ອວ່າບັນຫານີ້ເປັນບັນຫາທີ່ໃຜຫຼາຍຄົນຄົງເຄີຍພົບມາແລ້ວ ເມື່ອຈັບໜັງສືມາອ່ານເມື່ອໃດຈະເກີດອາການງ່ວງຕາມມາຢູ່ຫຼາຍຄັ້ງ ວ່າແຕ່ສາເຫດທີ່ເຮັດໃຫ້ເມື່ອອ່ານໜັງສືແລ້ວຈຶ່ງເກີດອາການງ່ວງນອນໄດ້ ມື້ນີ້ແອດເອົາຄຳຕອບມາບອກ

ຈາກການສຶກສາພົບວ່າ ເມື່ອເຮົາອ່ານໜັງດວງຕາຈະເຄື່ອນໄຫວໄປມາໃນຂະນະທີ່ກຳລັງອ່ານໜັງສື ແລະໃນຂະນະດຽວກັນສະໝອງກໍຕ້ອງເຮັດວຽກໄປນຳ ໂດຍການແປຕົວອັກສອນແລະແປຄວາມໝາຍຕາມທີ່ເຮົາເບິ່ງເຫັນ

ເພາະທັງສອງອະໄວຍະວະເປັນສິ່ງທີ່ຈະຕ້ອງໃຊ້ເຮັດວຽກໜັກຈຶ່ງເກີດຄວາມຮູ້ສຶກລ້າ ນັ້ນຈຶ່ງເປັນສາເຫດທີ່ເຮັດໃຫ້ຮ່າງກາຍສົ່ງສັນຍານເຕືອນວ່າຄວນໄດ້ຮັບການພັກຜ່ອນຈຶ່ງເຮັດໃຫ້ຕາຂອງເຮົາຄ່ອຍໆ ປິດລົງແລະເຂົ້າສູ່ສະພາວະຂອງການນອນຫຼັບນັ້ນເອງ


ແຕ່ກໍອາດມີປັດໄຈອື່ນຮ່ວມດ້ວຍ ເຊັ່ນ: ສະຖານທີ່ໃນການອ່ານໜັງສືທີ່ສະບາຍຕາເກີນໄປ ນອນອ່ານເທິງໂຊຟາ, ຕຽງນຸ້ມ ຫຼືອ່ານໃນບ່ອນທີ່ມີແສງສະວ່າງບໍ່ພຽງພໍ ຈຶ່ງເຮັດໃຫ້ດວງຕາເຮັດວຽກໜັກໄດ້ ຫຼືແມ່ນແຕ່ເລື່ອງຂອງບັນຍາກາດໂດຍຮອບກໍເປັນອີກປັດໄຈໜຶ່ງທີ່ອາດຈະເຮັດໃຫ້ເກີດອາການງ່ວງນອນໄດ້ເຊັ່ນກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page