ຄວນຮູ້! ໝາກນັດ ຊ່ວຍຮັກສາໂລກໄດ້
ໝາກນັດເປັຍນໝາກໄມ້ຮັກສາສຸຂະພາບອີກຊະນິດໜຶ່ງ ອຸດົມໄປດ້ວຍແຮ່ທາດແລະວິຕາມິນຕ່າງໆ ຈຳນວນຫຼາຍ ເຊັ່ນ: ວິຕາມິນຊີ, ທາດໂພແທສຊຽມ, ທາດຟໍຟໍຣັສ, ທາດສັງກະສີ, ກົດໂຟລິກ ວິຕາມິນບີ 1, ວິຕາມິນບີ 2 , ວິຕາມິນບີ 3 , ວິຕາມິນບີ 5, ວິຕາມິນບີ 6 ເປັນຕົ້ນ
ນອກຈາກມີປະໂຫຍດຕໍ່ຮ່າງກາຍແລະສຸຂະພາບແລ້ວ ຍັງສາມາດຊ່ວຍຮັກສາອາການຕ່າງໆໄດ້ດ້ວຍ ເຮົາມາເບິ່ງກັນເລີຍວ່າໝາກນັດຈະຊ່ວຍຮັກສາໂລກໄດ້ແນວໃດດັ່ງລຸ່ມນີ້:
-ຊ່ວຍໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍແຂງແຮງ, ບັນເທົາແລະຮັກສາອາກາດຫວັດໄດ້ ເພາະອຸດົມໄປດ້ວຍວິຕາມິນຊີ
-ຊ່ວຍຫຼຸດການປວດທ້ອງປະຈຳເດືອນ, ໂພແທດຊຽມໃນໝາຫນັດສາມາດຊ່ວຍຫຼຸດການປວດເກັງກ້າມເນື້ອແລະຊ່ວຍບັນເທົາອາການປວດປະຈຳເດືອນໄດ້.
-ຊ່ວຍແກ້ອາການທ້ອງຜູກເພາະມີກາກໃຍອາຫານສູງຈຶ່ງເຮັດໃຫ້ລະບົບຂັບຖ່າຍເປັນປົກກະຕິ
-ຊ່ວຍໃນການຂັບຖ່າຍປັດສະວະ, ປັດສະວະບໍ່ອອກ ຫຼຸດສາເຫດການເກີດກະເພາະປັດສະວະອັກເສບ
-ຊ່ວຍບັນເທົາອາການຈາກໂລກເກົາໄດ້ ໂດຍເອນໄຊລໍມີເລນຈະຊ່ວຍຫຼຸດອາການປວດຂໍ້ ແລະຊ່ວຍຍັບຍັ້ງອາການອັກເສບ
-ຊ່ວຍປ້ອງກັນໂລກເຫືອກອັກເສບແລະໂລກພາຍໃນຊ່ອງປາກໄດ້ ເຮັດໃຫ້ຊ່ອງປາກສຸຂະພາບດີແຂງແຮງ.