ສື່ລັດຖະບານເກົາຫຼີເໜືອເຜີຍຮູບພາບໂຄສະນາຊວນເຊື່ອຊຸດໃໝ່ພ້ອມຂີປະນາວຸດຫຼັງປະກາດຕັ້ງຕົນເປັນລັດນິວເຄຼຍ
ສະຖານີໂທລະທັດ KTR ຂອງລັດຖະບານເກົາຫຼີເໜືອ ເຜີຍແພ່ພາບໂຄສະນາຊວນເຊື່ອກ່ຽວກັບຂີປະນາວຸດຕິດຫົວຮົບນິວເຄຼຍຈຳນວນ 3ຮູບພາບ ນັບເປັນຄັ້ງທຳອິດຕັ້ງແຕ່ທີ່ເກົາຫຼີເໜືອປະກາດໃຊ້ກົດໝາຍສະບັບໃໝ່ ທີ່ອານຸຍາດໃຫ້ກອງທັບເກົາຫຼີເໜືອມີສິດໂດຍເປັນທຳໃນການໃຊ້ອາວຸດນິວເຄຼຍໂຈມຕີໃສ່ສັດຕູເພື່ອປ້ອງກັນຕົນເອງ
ພ້ອມກັບຕັ້ງຕົນເປັນລັດຕິດອາວຸດນິວເຄຼຍຢ່າງເປັນທາງການໃນອາທິດທີ່ຜ່ານມາໂດຍ ຄິມ ຈອງອືນ ຜູ້ນຳສູງສຸດເກົາຫຼີເໜືອ ໄດ້ອອກມາປະກາດວ່າ ກົດໝາຍດັ່ງກ່າວຈະບໍ່ສາມາດກັບໄປແກ້ໄຂໄດ້ ເຊິ່ງເປັນການຕັດຄວາມເປັນໄປໄດ້ ໃນການເຈລະຈາເພື່ອປົດອາວຸດນິວເຄຼຍຂອງເກົາຫຼີເໜືອລົງຢ່າງສິ້ນເຊີງ
ຂະນະທີ່ເວັບໄຊຕ໌ NK NEW ທີ່ຕິດຕາມສະຖານະການຄວາມເຄື່ອນໄຫວໃນເກົາຫຼີເໜືອ ກໍລາຍງານດ້ວຍວ່າ ນີ້ຖືເປັນຄັ້ງທຳອິດໃນຮອບ 5ປີ ທີ່ມີການເຜີຍແພ່ຮູບພາບໂຄສະນາຊວນເຊື່ອແບບໃໝ່ທີ່ມີຮູບພາບກ່ຽວກັບອາວຸດນິວເຄຼຍ.