ແມ່ນແທ້ຫຼືບໍ? ນອນແຄງຊ້າຍມີປະໂຫຍດຕໍ່ສຸຂະພາບ

ແມ່ນແທ້ຫຼືບໍ? ນອນແຄງຊ້າຍມີປະໂຫຍດຕໍ່ສຸຂະພາບ

ການເລືອກທ່ານອນສຳລັບການພັກຜ່ອນໃນແຕ່ລະຄືນເປັນເລື່ອງທີ່ສຳຄັນຕໍ່ສຸຂະພາບ ເພື່ອໃຫ້ໄດ້ຮັບປະໂຫຍດຈາກການນອນຢ່າງເຕັມທີ່ ແມ່ນແທ້ຫຼືບໍວ່າ ການນອນແຄງຊ້າຍຊ່ວຍເຮັດໃຫ້ການນອນຫຼັບດີຂຶ້ນແລະດີຕໍ່ສຸຂະພາບຫຼາຍກວ່າທ່າອື່ນໆ

ວ່າແຕ່ປະໂຫຍດຂອງການນອນແຄງຊ້າຍສົ່ງຜົນດີແນວໃດນັ້ນມື້ນີ້ເຮົາມີຂໍ້ມູນມາບອກດັ້ງນີ້
-ຫຼຸດອາການປວດຫຼັງເພາະການນອນແຄງຊ້າຍຈະສົ່ງຜົນດີກັບກະດູກສັນຫຼັງແລະຊ່ວຍການນອນຫຼັບໃຫ້ດີຂຶ້ນ
-ຊ່ວຍລະບົບຍ່ອຍອາຫານ ການນອນແຄງຊ້າຍຊ່ວຍໃຫ້ກະເພາະອາຫານແລະຕັບອ່ອນຢູ່ໃນບ່ອນທີ່ຖືກຕ້ອງແລະຍັງຊ່ວຍໃຫ້ຂອງເສຍເຄື່ອນທີ່ຈາກລຳໄສ້ໃຫຍ່ເຂົ້າສູ່ລຳໄສ້ໃຫຍ່ເພື່ອຂັບຖ່າຍໃນຕອນເຊົ້າ


-ເໝາະສຳລັບແມ່ຖືພາ ທ່ານອນແຄງຊ້າຍຈະເຮັດໃຫ້ມົດລູກບບໍ່ບີບຕົວ ແລະເພີ່ມການໄຫຼວຽນຂອງເລືອດໄປຍັງມົດລູກແລະເດັກນ້ອຍໃນທ້ອງ
-ຫຼຸດການໄຫຼນ້ອນ ຈະເຮັດໃຫ້ກະເພາະອາຫານແລະນ້ຳກົດຢູ່ຕໍ່າກວ່າຫຼອດອາຫານຂະນະທີ່ນອນຫຼັບ ເຮັດໃຫ້ບໍ່ໄຫຼຍ້ອນກັບໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page