ເກີດເຫດ! ເຊເລນສະກີ ຖືກລົດຕຳ ພ້ອມເລັ່ງສືບສວນເຫດເທື່ອນີ້ຢ່າງລະອຽດ
ລົດຂອງປະທານາທິບໍດີຢູເຄຼນ ຖືກຕຳໂດຍລົດໃຫຍ່ຄັນໜຶ່ງ ແຕ່ໂຄສົກລັດຖະບານຢູເຄຼນຢືນຢັນວ່າ ປະທານາທິບໍດີບໍ່ມີອາການບາດເຈັບຮ້າຍແຮງ ເຊີກີ ໄນໄຄໂຟຣັອບ ໂຄສົກລັດຖະບານຢູເຄຼນ ອອກຖະແຫຼງການສັ້ນໆເປີດເຜີຍວ່າ
ລົດປະທານາທິບໍດີ ໂວໂລດິມີ ຂອງຢູເຄຼນໂດຍສາມາ ພ້ອມກອງປະຈຳຕົວຖືກລົດໂດຍສານຄັນໜຶ່ງຕຳ
ໂຄສົກລັດຖະບານຢູເຄຼນຢືນຢັນວ່າ ປະທານາທິບໍດີເຊເລນສະກີ ໄດ້ຮັບການກວດຈາກແພດແລ້ວຢືນຢັນວ່າ ບໍ່ມີາການບາດເຈັບຮ້າຍແຮງ
ສ່ວນເຈົ້າຂອງລົດທີ່ຂັບຕຳຂອງຜູ້ນຳຢູເຄຼນ ໄດ້ຮັບບາດເຈັບເຊັ່ນກັນ ໄດ້ຮັບການປະຖົມພະຍາບານໃນຈຸດເກີດເຫດ ແລະຖືກນຳຕົວຂຶ້ນລົດໂຮງໝໍພາອອກໄປຈາກສະຖານທີ່ເກີດເຫດ
ອຸບັດຕິເຫດຄັ້ງນີ້ ເກີດຂຶ້ນຫຼັງຈາກປະທານາທິບໍດີເຊເລນສະກີ ອາຍຸ 44ປີ
ຫາກໍກັບຈາກການຢ້ຽມນະຄອນຫຼວງຂອງອິຍຳ ທາງຕາເວັນອອກສຽງເໜືອຂອງຢູເຄຼນໃນມື້ວານທີ່ຜ່ານມາ ເຊິ່ງຢູເຄຼນຫາກໍຄວບຄຸມເມືອງນີ້ກັບຄືນມາໄດ້ຈາກຣັດເຊຍ ແລະ ໃນຂະນະທີ່ເຈົ້າໜ້າທີ່ດ້ານກົດໝາຍກຳລັງສອບສວນອຸບັດຕິເຫດຄັ້ງນີ້ຢ່າງລະອຽດ.