ແທ້ຫຼືບໍ? ອົດອາຫານແລ້ວດື່ມແຕ່ນ້ຳຜັກ-ໝາກໄມ້ຊ່ວຍຫຼຸດນ້ຳໜັກໄດ້

ແທ້ຫຼືບໍ? ອົດອາຫານແລ້ວດື່ມແຕ່ນ້ຳຜັກ-ໝາກໄມ້ຊ່ວຍຫຼຸດນ້ຳໜັກໄດ້

ເຊື່ອວ່າຫຼາຍໆຄົນຢາກມີຫຸ່ນງາມໆແລະບໍ່ເສຍສຸຂະພາບ ຢາກຈ່ອຍໃນເວລາອັນວ່ອງໄວ ເຊິ່ງກໍມີວິທີຊ່ວຍຫຼຸດນ້ຳໜັກຫຼາກຫຼາຍແຕກຕ່າງກັນໄປ ແຕ່ກໍມີຄວາມເຊື່ອວ່າຫາກອົດອາຫານແລ້ວດື່ມນ້ຳຜັກ-ໝາກໄມ້ກໍຈະຊ່ວຍຫຼຸດນ້ຳໜັກໄດ້ຢ່າງມີປະສິດທິພາບເຊັ່ນກັນ

ວ່າແຕ່ຄວາມເປັນຈິງເລື່ອງນີ້ເປັນແນວໃດເຮົາມີຄຳຕອບມາໃຫ້ດັ່ງລຸ່ມນີ້:
“ ບໍ່ແມ່ນຄວາມຈິງ” ການອົດອາຫານແລ້ວດື່ມແຕ່ນ້ຳຜັກ-ໝາກໄມ້ນັ້ນບໍ່ສາມາດຮັບຮອງຜົນວ່າເຮົາຈະຫຼຸດນ້ຳໜັກໄດ້ສະເໝີໄປ ຫາກເປັນນ້ຳຜັກໝາກໄມ້ທີ່ແຕ່ງລົດຊາດດ້ວຍນ້ຳຕານ ກໍຈະເຮັດໃຫ້ນ້ຳໜັກຕົນເອງເພີ່ມຂຶ້ນໄດ້ ຫຼືການດື່ມພຽງນ້ຳຜັກ-ໝາກໄມ້ແທນອາຫານມື້ປົກກະຕິ

ອາດເຮັດໃຫ້ນ້ຳໜັກຕົວຫຼຸດລົງຢ່າງວ່ອງໄວກໍຈິງແຕ່ສິ່ງທີ່ສູນເສຍໄປຄືກ້າມເນື້ອແລະກະດູກ ການກິນສະເພາະນ້ຳຜັກແລະໝາກໄມ້ນັ້ນ ນອກຈາກຈະເຮັດໃຫ້ບໍ່ີໄດ້ຮັບສານອາຫານທີ່ຢູ່ຜິວແລະເນື້ອໝາກໄມ້ແລ້ວ ອາດຈະຍັງເຮັດໃຫ້ຮູ້ສຶກຕະຫຼອດເວລາອີກດ້ວຍ

ເພາະບໍ່ໄດ້ກິນເສັ້ນໃຍອາຫານເຂົ້າໄປ
ແນວໃດກໍຕາມການຫຼຸດນ້ຳໜັກທີ່ໄດ້ຜົນດີທີ່ສຸດຄື ການເລືອກຮັບປະທານອາຫານທີ່ເນັ້ນຜັກແລະໝາກໄມ້, ເນື້ອສັດບໍ່ຕິດມັນ, ທັນຍາພືດບໍ່ຂັດສີ ແລະໝັ່ນດື່ມນ້ຳມື້ລະ 8ແກ້ວໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພາະນ້ຳຈະຊ່ວຍໃນການເຮັດໜ້າທີ່ຂອງລະບົບຕ່າງໆແລະຍັງຊ່ວຍຂັບສານພິດໃນຮ່າງກາຍໄດ້ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page