EU ຖະແຫຼງນະໂຍບາຍປະຈຳປີ ສະເໜີຄຸມລາຄາພະລັງງານຢໍ້າໜຸນຢູເຄຼນຕໍ່ໄປ

ປະທານກຳມະທິການຢູໂຣບ ກ່າວລະຫວ່າງການຖະແຫຼງນະໂຍບາຍປະຈຳປີຕໍ່ຊາດສະມຊິກສະພາຢູໂຣບ ຫຼື EU ສະເໜີມາດຕາການຄວບຄຸມລາຄາພະລັງງານທີ່ກຳລັງພຸ່ງສູງ ຈົນກະທົບຕໍ່ຢູໂຣບຢ່າງໜັກ ຈາກຜົນພວງຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຼນ

ອົວຊູລາ ຟອນ ແດ ໄລເອິນ ປະທານຄະນະກຳມາທິການຢູໂຣບ ຖະແຫຼງນະໂຍບາຍປະຈຳປີ ຕໍ່ຊາດສະມາຊິກສະພາຢູໂຣບຫຼື EU ທີ່ລັດສະພາຢູໂຣບໃນເມືອງສະຕາບູ ປະເທດຝັ່ງ ໂດຍແຈກແຈງລາຍລະອຽດຊຸດມາດຕາການທີ່ມີວັດຖຸປະສົງ ເພື່ອປົກປ້ອງປະຊາຊົນແລະທຸລະກິດຈາກລາຄາພະລັງງານທີ່ພຸ່ງສູງຂຶ້ນ ນັບຕັ້ງແຕ່ຣັດເຊຍເລີ່ມປະຕິບັດການທາງທະຫານໃນຢູເຄຼນ

ໜຶ່ງໃນນັ້ນຄືການສະເໜີໃຫ້ທັງພາກຄົວເຮືອນແລະພາກບໍລິສັດລວມເຖິງກຸ່ມອຸດສາຫະກຳທົ່ວທັງ EU ຫຼຸດການໃຊ້ພະລັງງານໄຟຟ້າແລະກ໊າຊລົງ 50% ໃນຊ່ວງການໃຊ້ງາຍສູງສຸດ ເພື່ອຊ່ວຍເຫຼືອກຸ່ມທີ່ອ່ອນແອທີ່ໄດ້ຮັບຜົນກະທົບຮຸນແຮງແລະຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ.

ນອກຈາກນີ ຍັງສະເໜີໃຫ້ຫັກລາຍໄດ້ສ່ວນເກີນຈາກໂຮງງານພະລັງງານທີ່ບໍ່ໃຊ້ກ໊າຊເຊື້ອໄຟຂອງຢູໂຣບແລະບັງຄັບການຈັດເກັບພາສີລາບລອຍ ຈາກບັນດາບໍລິສັດເຊື້ອໄຟຟອສຊິວ ທັງນ້ຳມັນ ກ໊າຊແລະຖ່ານຫີນທີ່ມີກຳໄລສະຫາສານເພື່ອລະດົມເງີນສົດໃຫ້ລັດຖະບານໃຊ້ຈ່າຍຊ່ວຍເຫຼືອທຸລະກິດແລະປະຊາຊົນໃນດ້ານຄ່າໃຊ້ຈ່າຍອຸປະໂພກຕ່າງໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page