ບໍ່ງໍ້! ຣັດເຊຍກຽມວາງທໍ່ອາຍແກ໊ສໄປຈີນ ຊົດເຊີຍສົ່ງອອກຢູໂຣບໄດ້ມະຫາສານ

ບໍ່ງໍ້! ຣັດເຊຍກຽມວາງທໍ່ອາຍແກ໊ສໄປຈີນ ຊົດເຊີຍສົ່ງອອກຢູໂຣບໄດ້ມະຫາສານ

ທໍ່ລຳລຽງໜຶ່ງຈາກຣັດເຊຍມຸ່ງໜ້າສູ່ຈີນ ຈະຖືກນຳມາແທນທີ່ທໍ່ລຳລຽງນອດຕຣີມ
ເຊິ່ງກ່ອນທີ່ຈະປ້ອນກ໊າຊມອສໂກໄປຍັງຢູໂຣບ ແຕ່ຖືກລະງັບໂຄງການກາງຄວາມຂັດແຍ້ງຢູເຄຼນ ຈາກການເປີດເຜີຍຂອງ ອາເລັກຊານເດີໂນວັດ ລັດຖະມົນຕີພະລັງງານຂອງຮັດເຊຍ

ລະຫວ່າງໃຫ້ສຳພາດສະຖານີໂທລະທັດຂອງຣັດເຊຍ ໂນວັດ ຖືກຖາມວ່າຣັດເຊຍຈະແທນທີ່ທໍ່ລຳລຽງຢູໂຣບ ນອດຕຣີມ ດ້ວຍທໍ່ລຳລຽງອາຊີ ຟອດໄຊເບີເຣຍ ແມ່ນຫຼືບໍ່ ເຂົາຕອບວ່າ “ ແມ່ນ”

ກ່ອນໜ້ານີ້ໃນມື້ດຽວກັນ ລັດຖະມົນຕີທ່ານນີ້ກ່າວລະຫວ່າງນອກຮອບການເດີນທາງຢ້ຽມອຸເບກິສະຖານວ່າໄວນີ້ ຣັດເຊຍກັບຈີນຈະລົງນາມໃນຂໍ້ຕົກລົງຕ່າງໆ ກ່ຽວກັບການສົ່ງມອບກ໊າຊປະລິມານ 50.000ລ້ານແມັດກ້ອນຕໍ່ປີ ຜ່ານທໍ່ລຳລຽງຟອດ ໃນໄຊບີເຣຍ
ປະລິມານດັ່ງກ່າວຖືເປັນຕົວແທນເກືອບສັກກະຍາພາບສູງສຸດຂອງທໍ່ລຳລຽງນອດຕຣີມ ເຊິ່ງໂດຍລວມຢູ່ທີ່ 55,000ລ້ານແມັດກ້ອນຕໍ່ປີ ໃນຂະນະທີ່ທໍ່ລຳລຽງແຫ່ງນີ້ຖືກປິດຕັ້ງແຕ່ທີ ກັນຍາ

ອຸປະທານກ໊າຊຣັດເຊຍທີ່ປ້ອນແກ່ຢູໂຣບປະມານ ໃນ ເປັນການປ້ອນຜ່ານທາງທໍ່ລຳລຽງແຫ່ງນີ້ ທີ່ເຊື່ອມມາຕໍ່ຈາກຣັດເຊຍໄປຍັງເຢຍລະມັນສ່ວນທໍ່ລຳລຽງຟອດໄຊບີເຣຍ ຈະຊ່ວຍເຕີມເຊື້ອໄຟແກ່ເສດຖະກິດພະລັງງານຂອງຈີນ ຜ່ານມອງໂກລີ ໂດຍທີ່ງານກໍ່ສ້າງມຮກຳໜົດເລິ່ມໃນຕົ້ນປີ 2024.

Leave a Reply

Your email address will not be published. Required fields are marked *

You cannot copy content of this page