ແທ້ຫຼືບໍ? ເຫື່ອອອກມືເປັນສັນຍານບອກໂລກຮ້າຍ

ແທ້ຫຼືບໍ? ເຫື່ອອອກມືເປັນສັນຍານບອກໂລກຮ້າຍ

ອາການເຫື່ອອອກມື ຫຼາຍຄົນຄົງຄິດວ່າເກີດຈາກຄວາມຕື່ນເຕັ້ນຫຼາຍ ຫຼືອຸນຫະພູມພາຍໃນ-ນອກຮ່າງກາຍສູງຂຶ້ນ ລວມທັງສະພາວະທາງອາລົມເຊັ່ນ: ຄວາມຄຽດທີ່ເປັນຕົວກະຕຸ້ນ ແຕ່ຮູ້ຫຼືບໍ່ວ່າຫາກເຫື່ອທີ່ອອກມືນັ້ນຫຼາຍເກີນຜິດປົກກະຕິ

ກໍເປັນສັນຍານທີ່ບົ່ງບອກອາການຂອງໂລກໄດ້ ເຊິ່ງຂໍ້ເປັນຈິງແນວໃດນັ້ນ ມື້ນີ້ແອດມີຄຳຕອບມາຝາກທຸກຄົນ
“ ແມ່ນຄວາມຈິງ” ການທີ່ເຫື່ອອອກມືເປັນສັນຍານເຕືອນໂລກໄດ້ ເປັນເລື່ອງຈິງແຕ່ບໍ່ທັງໝົດ ຈະຕ້ອງເບິ່ງເບິ່ງປັດໄຈອື່ນໆ ປະກອບເພີ່ມຂຶ້ນດ້ວຍເຊັ່ນ: ໂລກຫົວໃຈ,

ນອກຈາກມີເຫື່ອອກທີ່ມືແລ້ວ ອາດມີອາການໃຈສັ່ນ, ເປັນຫອບ ລວມເຖິງຫາຍໃຈບໍ່ທົວທ້ອງໂລກເບົາຫວານທີ່ເຫັນໄດ້ຊັດເຈນ ນອກຈາກມີເຫື່ອອອກຢູ່ມືແລ້ວ ກໍຈະມີອາການເປັນລົມຕະຫຼອດເວລາ ແລະຍັງມີເຫື່ອອກທົ່ວທັງຕົວອີກດ້ວຍ ຫຼືໂລກໄທລອຍເປັນພິດ ກໍຈະພົບວ່າມີເຫື່ອອກແລະຊືມຕາມຝາມືຕະຫຼອດເວລາ, ຢາກກິນນ້ຳຫຼາຍຜິດປົກກະຕິເປັນຕົ້ນ


ແນວໃດກໍຕາມຫາກສົງໄສວ່າອາການເຫື່ອທີ່ອອກມານັ້ນຫຼາຍຜິດປົກກະຕິ ຄວນຮີບພົບໝໍເພື່ອວິນິໄສແລໍະຫາທາງຮັກສາທີ່ເໝາະສົມຖືກຕ້ອງຕໍ່ໄປ ເພາະບໍ່ແມ່ນທຸກຄົນທີ່ມີອາການແບບນີ້ແລ້ວຈະເປັນໂລກຮ້າຍສະເໝີໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page