ແຕ່ງເທື່ອດຽວຈັດຊຸດໃຫຍ່! ຄູ່ບ່າວສາວສຸດໂຊກດີ ຍາດພີ່ນ້ອງມອບຄຳໃຫ້ໃນງານແຕ່ງ
ຖືເປັນຮູບພາບທີ່ສ້າງສຽງຮືຮາໄດ້ທຸກຄັ້ງ ສຳລັບງານແຕ່ງງານທີ່ປະເທດຈີນ ເຊິ່ງພົບວ່າມີເຈົ້າສາວຫຼາຍຄົນໃສ່ເຄື່ອງປະດັບທີ່ເຮັດຈາກຄຳ ໂດຍສະເພາະສາຍຄໍທີ່ຮ້ອຍຮຽງກັນຈາກສາຍແຂນຄຳຫຼາຍສິບວົງ ໄປຈົນເຖິງຫຼາຍຮ້ອຍວົງສຸດຶາລັງກາານຈົນຄິດວ່າຕູ້ຄຳເຄື່ອນທີ່

ລ່າສຸດໂຊກອອນລາຍມີການແຊກ່ຽວກັບງານແຕ່ງຂອງຄູ່ບ່າວສາວໃນມົນທົນກວ່າງຕົງຫຼື ກວາງຕຸ້ງຂອງຈີນ ທີ່ສ່ວນໜຶ່ງຂອງເຄື່ອງປະດັບຕ່າງໆ ແລະ ສາຍແຂນຄຳທີ່ຫ້ອຍຢູ່ທີ່ຄໍເຈົ້າສາວນັ້ນຄືຂອງທີ່ບັນດາຍາດພີ່ນ້ອງ ຕ່າງພາກັນຈັດຊຸດໃຫຍ່ ມອບໃຫ້ຄູ່ບ່າວສາວເປັນຂອງຂັວນໃນມື້ແຕ່ງງານແລະເມື່ອໄດ້ຮັບມາແລ້ວຈະໃສ່ໂດຍທັນທີ.

ທັ້ງນີ້ຊາວເນັດຕ່າງສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ເປັນທີ່ໜ້າອິດສາສຸດໆ, ໃນກວ້າງຕຸ້ງເລື່ອງແບບນີ້ຖືເປັນເລື່ອງປົກກະຕິ ຕ້ອງຈັດເຕັມໄວ້ກ່ອນ ຈະມາເສຍໜ້າບໍ່ໄດ້ເດັດຂາດ!,