ກຽມພ້ອມໃນການດູແລຕົນເອງ ເມື່ອຮູ້ສຶກຢາກອາຫານໜ້ອຍລົງ
ການກຽມພ້ອມໃນການດູແລຕົນເອງ ເມື່ອຮູ້ສຶກວ່າມີຄວາມຢາກອາຫານໜ້ອຍລົງ ເພື່ອບໍ່ໃຫ້ຮ່າງກາຍຂາດສານອາຫານແລະຮັກສາຄວາມສົມບູນຂອງຮ່າງກາຍຕາມອາຍຸ
-ກຽມອາຫານໃຫ້ມີຄຸນຄ່າຄົບ 5ໝູ່ ແລະຄວບຄຸມນ້ຳໜັກໃຫ້ຢູ່ໃນເກນມາດຕາຖານ
-ຮັບປະທານໂປຼຕິນໃນປະລິມານທີ່ພຽງພໍໃນການຮັກສາກ້າມເນື້ອໃຫ້ສົມບູນ ໃນປະລິມານ 1ກຣາມ ຕໍ່ນ້ຳໜັກຕົວ 1ກິໂລໃນໜຶ່ງມື້
-ລ່ຽງນ້ຳຕານແປຮູບ ເນື່ອງຈາກຄາໂບໄຮເດດທີ່ຮັບປະທານໃນມື້ອາຫານຈະບໍ່ເຮັດໃຫ້ລະດັບນ້ຳຕານແກວ່ງຂຶ້ນສູງແລະຄວາມຮັບປະມານ ໃນປະລິມານທີ່ເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍ
-ລ່ຽງອາຫານໄຂມັນສູງ ເນື້ອສັດຕິດມັນ, ເລືອກປຸງອາຫານທີ່ບໍ່ທອດດ້ວຍຄວາມຮ້ອນສູງເປັນເວລາດົນ
-ຮັບປະທານຜັກ-ໝາກໄມ້ ທີ່ມີນ້ຳຕານໜ້ອຍ ເພື່ອຮັກສາວິຕາມິນແລະເກືອແຮ່ໃຫ້ຮ່າງກາຍມີຄວາມສົມດູນ ຫຼືດື່ມນ້ຳສະໝູນໄພເຊັ່ນ: ນ້ຳຂີງ, ນ້ຳໃບບົວບົກ ໂດຍບໍ່ໃສ່ນ້ຳຕານ ເພື່ອເສີມສ້າງແຄວຊຽມແລະວິຕາມິນດີ ຫຼຸດການເກີດໂລກກະດູກພ່ອຍ, ງົດອາຫານທີ່ມີລົດເຄັມ ເພາະຈົສົ່ງຜົນໂດຍກົງຕໍ່ຄວາມດັນໂລຫິດ
-ແບ່ງອາຫານເປັນຍ່ອຍໆ ແຕ່ຮັບປະທານອາຫານຕະຫຼອດເປັນ 4-5ມື້ຕໍ່ວັນ
-ອາຫານທຸກຊະນິດຕ້ອງປຸສຸກ ເພາະໃນຮ່າງກາຍຜູ້ສູງອາຍຸຈະມີພູມຄຸ້ມກັນຫຼຸດລົງເຮັດໃຫ້ຕິດເຊື້ອຕ່າງໆໄດ້ງ່າຍ ແລະລັກສະນະອາຫານຄວນເປື່ອຍແລະຍ່ອຍໄດ້ງ່າຍ
-ລ່ຽງອາຫານທີ່ເຮັດໃຫ້ເກີດແກ໊ສໃນກະເພາະອາຫານ ຈຳພວກຂອງໝັກດອງ ອາຫານລົດຈັດ ແລະເຄື່້ອງດື່ມທີ່ມີແກ໊ສປະສົມ
-ງົດດື່ມສິ່ງ ມືນ ເມົາ , ຊາກາເຟ ແລະ ງົດສູບຢາສູບ
-ດື່ມນ້ຳສະອາດຢ່າງນ້ອຍມື້ລະ 6-8ແກ້ວ ແລະ ຂັບຖ່າຍໃຫ້ເປັນເວລາ.