ລັດເຊຍອອກຕົວເຕືອນສະຫະລັດຢຸດສົ່ງອາວຸດໃຫ້ຢູເຄຼນ ເພາະຈະຖືວ່າເປັນການຂ້າມເສັ້ນແດງ
ກະຊວງຕ່າງປະເທດລັດເຊຍອອກໂຮງເຕືອນສະຫະລັດວ່າ ຫາກສະຫະລັດ ເດີນໜ້າສົ່ງຂີປະນາວຸດໄລຍະໄກໃຫ້ກັບຢູເຄຼນ ຈະຖືເປັນການ “ ຂ້າມເສັ້ນແດງ” ແລະຈະເປັນ “ ຜູ້ມີສ່ວນຮ່ວມກັບຄວາມຂັດແຍ້ງ” ໃນຢູເຄຼນໂດຍກົງ
ຣັດເຊຍເຕືອນສະຫະລັດ “ຢຸດສົ່ງອາວຸດໃຫ້ຢູເຄຼນ
ໂຄສົກກະຊວງຕ່າງປະເທດຣັດເຊຍ ທຖະແຫຼງວ່າ ຣັດເຊຍ “ ຂໍສະຫງວນສິດໃນການປົກປ້ອງພົມແດນຂອງຕົນເອງ”
ໂດຍທີ່່ຜ່ານມາສະຫະລັດໄດ້ສົ່ງອາວຸດລ້ຳສະໄໝໃຫ້ກັບຢູເຄຼນຫຼາກຫຼາຍ ໂດຍສະເພາະລະບົບເຄື່ອງຍິງຈະຫຼວດຫຼາຍລຳກ້ອງ ແລະລະບົບຍິງຈະຫຼວດໄລຍະໄກ HIMARS ທີ່ສາມາດຍິງເປົ້າໝາຍທີ່ໄລຍະ 80ກິໂລແມັດໄດ້
“ ຫາກສະຫະລັດ ຕັດສິນໃຈເດີນໜ້າສົ່ງຂີປະນາວຸດໄລຍະໄກໃຫ້ກັບຄຽບ ຈະນັບເປັນການຂ້າມເສັ້ນແດງງ ທີ່ຈະເຮັດໃຫ້ສະຫະລັດກາຍເປັນຜູ້ມີສ່ວນຮ່ວມກັບຄວາມຂັດແຍ້ງນີ້ໂດຍກົງ” ຊາຄາໂລວາ ກ່າວ
ກ່ອນໜ້ານີ້ເຈົ້າໜ້າທີ່ຂອງສະຫະລັດລະບຸວ່າ ຢູເຄຼນໃຫ້ຄຳໝັ້ນວ່າຈະບໍ່ຍິງຈະຫຼວດທີ່ໄດ້ຮັບຈາກສະຫະລັດເຂົ້າໄປຍັງຝັ່ງຂອງຣັດເຊຍ
ລະບົບຈະຫຼວດຍິງໄກ HIMARS ຍັງສາມາດໃຊ້ໃນການຍິງຂີປະນາວຸດທາງຍຸດທະວິທີ ທີ່ສາມາດຍິງໄດ້ໄກເຖິງ 300ກິໂລແມັດໄດ້ດ້ວຍ ເຊິ່ງເຈົ້າໜ້າທີ່ອາວຸໂສຂອງຢູເຄຼນກໍຍັງຄົງປະຕິເສດທີ່ຈະກ່າວວ່າ ຄຽບມີຂີປະນາວຸດ ATACMSນັ້ນ ໃນຄອບຄອງຫຼືບໍ່.