ຈີນກຽມຂວ້ຳບາດສອງ CEO ບໍລິສັດຜະລິດອາວຸດສະຫະລັດ
ໂຄສົກກະຊວງຕ່າງປະເທດຈີນເປີດເຜີຍວ່າ ຈີນຈະດຳເນີນການຂວ້ຳບາດ CEO ຂອງບໍລິສັດໂບອິ້ງ ດີເຟນ ແລະບໍລິສັດ ເຣຣຽນ ເນື່ອງຈາກສອງບໍລິສັດດັ່ງກ່າວ ກ່ຽວຂ້ອງກັບການຂາຍອາວຸດຄັ້ງລ່າສຸດຂອງສະຫະລັດໃຫ້ແກ່ໄຕ້ຫວັນ
ໂດຍຈະມີການຂວ້ຳບາດ CEO ຂອງໂບອິ້ງ ດີເຟນ, ສະເປນແລະຊິຄຽວຣິຕີ ກັບເກກໍຣີ ເຮ CEO ບໍລິສັດເຣຣຽນ ເພື່ອຕອບໂຕ້ທີ່ກະຊວງການຕ່າງປະເທດສະຫະລັດ ອານຸມັດການຂາຍອາວຸດຍຸໂທປະກອນແກ່ໄຕ້ຫວັນ
ໂຄສົກກະຊວງການຕ່າງປະເທດຈີນບອກວ່າ ການຂວ້ຳບາດຄອນເບິດ ແລະເຮ ມີຂຶ້ນ ເພື່ອປົກປ້ອງອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນ ເພາະທັງຄຸ່ກ່ຽວຂ້ອງກັບການຂາຍອາວຸດໃຫ້ໄຕ້ຫວັນ
ແນວໃດກໍຕາມ ເໝົາ ບໍ່ໄດ້ເປີດເຜີຍລາຍລະອຽດຂອງການຂວ້ຳບາດຫຼືບອກວ່າການຂວ້ຳບາດຈະມີຜົນບັງຄັບໃຊ້ເມື່ອໃດ
ທັ້ງນີ້ ສະຫະລັດ ຂາຍອາວຸດຕ່າງໆໃຫ້ໄຕ້ຫວັນໃນຄັ້ງລ່າສຸດ ລວມເຖິງຈະຫຼວດຕໍ່ຕ້ານເຮືອ ແລະຂີປະນາວຸດຍິງຈາກອາກາດສູ່ອາກາດ ເຊິ່ງຜະລິດໂດຍ ໂບອິ້ງ ດີເຟນ ແລະ ເຣຣຽນ
ກ່ອນໜ້ານັ້ນຈີນເຄີຍຂວ້ຳບາດ ໂບອິ້ງ ດີເຟນ ແລະ ເຣຣຽໜມາແລ້ວ ລວມເຖິງບຸກຄົນຈຳນວນໜຶ່ງທີ່ກ່ຽວຂ້ອງຕໍ່ການຂາຍອາວຸດໃຫ້ໄຕ້ຫວັນ.