ສະຫະລັດຮ້ອງຈີນຢ່າໜຸນລັດເຊຍ! ຊີ້ບໍ່ຄວນມີໃຜຢູ່ຂ້າງລັດເຊຍ

ສະຫະລັດຮ້ອງຈີນຢ່າໜຸນລັດເຊຍ! ຊີ້ບໍ່ຄວນມີໃຜຢູ່ຂ້າງລັດເຊຍ

ສະຫະລັດຮຽກຮ້ອງໃຫ້ຈີນຢ່າສະໜັບສະໜູນຣັດເຊຍກໍລະນີເຫດຂັດແຍ້ງຣັດເຊຍ-ຢູເຄຼນ ພ້ອມລະບຸວ່າບໍ່ຄວນມີໃຜເຂົ້າຂ້າງຣັດເຊຍ
ໂຄສົກທຳນຽບຂາວຂອງສະຫະລັດ ອອກມາຖະແຫຼງຂ່າວ

ຮຽກຮ້ອງຂໍໃຫ້ຈີນ ຢ່າສະໜັບລສະໜູນການກະທຳຂອງຣັດເຊຍ ໃນກໍລະນີທີ່ຣັດໃຊ້ປະຕິບັດການພິເສດທາງການທະຫານໃນດິນແດນຢູເຄຼນ ພ້ອມລະບຸວ່າ ບໍ່ຄວນມີໃຜໃນໂລກນີ້ເຂົ້າຂ້າງການກະທຳດັ່ງກ່າວຂອງຣັດເຊຍ ນອກຈາກນີ້ ຍັງມີການກ່າວວ່າ ນີ້ບໍ່ແມ່ນເວລາທີ່ເໝາະສົມທີ່ຈີນຈະຫາລືເລື່ອງທຸລະກິດກັບຣັດເຊຍ

ຂໍ້ຮຽກຮ້ອງຂອງທຳນຽບຂາວທີ່ສົ່ງສານໄປຍັງຈີນ ມີຂຶ້ນໃນຊ່ວງເວລາທີ່ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ເດີນທາງໄປເຂົ້າຮ່ວມການປະຊຸມສຸດຍອດຜູ້ນຳຂອງອົງການຄວາມຮ່ວມມືຊຽງໄຮ້ຫຼື SCO ທີ່ຈັດຂຶນໃນອຸເບກິສະຖານ

ເຊິ່ງນອກຈາກຈະເປັນການຍເດີນທາງໄປເຂົ້າຮ່ວມການປະຊຸມນອກດິນແດນຈີນເປັນຄັ້ງທຳອິດໃນຮອບ 2ປີ ຂອງຜູ້ນຳຈີນແລ້ວ ເວທີການປະຊຸມດັ່ງກ່າວຍັງມີປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍເດີນທາງມາເຂົ້າຮ່ວມການປະຊຸມດ້ວຍ

ເຊິ່ງຈະເປີດໂອກາດໃຫ້ທັງສອງຝ່າຍໄດ້ພົບປະແລະຫາລືກັນ ທັ້ງນີ້ຕົວແທະສະຫະລັດຍັງເປີດເຜີຍກັບສື່ທ້ອງຖິ່ນດ້ວຍວ່າ ຂະນະນີ້ສະຫະລັດ ຢູ້່ລະຫວ່າງກຽມພ້ອມສົ່ງຄວາມຊ່ວຍເຫຼືອທາງການທະຫານໃຫ້ແກ່ຢູເຄຼນເພີ່ມເຕີມ

Leave a Reply

Your email address will not be published. Required fields are marked *

You cannot copy content of this page