ຮູ້ຫຼືບໍ່? ກິນໄຂ່ທຸກມື້ຈະດີຕໍ່ສຸຂະພາບແລະບຳລຸງຮ່າງກາຍໄດ້
ໄຂ່ໄກ່ ເປັນອາຫານທີ່ອຸດົມໄປດ້ວຍຄຸນຄ່າທາງໂພສະນາການແລະມີສານອາຫານອີກຫຼາກຫຼາຍຊະນິດທີ່ໃຫ້ປະໂຫຍດກັບຮ່າງກາຍ ສາມາດຮັບປະທານໄດ້ທຸກມື້ ບໍ່ວ່າຈະເປັນຕອນເຊົ້າ, ຕອນສວຍ, ຕອນແລງ
ເຖິງແມ່ນວ່າໄຂ່ຈະປະກອບດ້ວຍສານອາຫານທີ່ມີຄຸນຄ່າພຽງໃດ ແຕ່ກໍມີຫຼາຍຄົນທີ່ບໍ່ອາດເລືອກຮັບປະທານໄຂ່ໄດ້ທຸກມື້ ເພາະໄຂ່ມີປະລິມານຄໍເລດເຕີລໍຄ່ອນຂ້າງສູງ ມືນີ້ແອດມີຂໍ້ມູນກ່ຽວກັບເລື່ອງການຮັບປະທານໄຂ່ທຸກມື້ວ່າດີຕໍ່ສຸຂະພາບແນວໃດມາບອກ
-ຊ່ວຍບຳລຸງລະບົບປະສາດແລະສະໝອງ ໃນໄຊ່ໄກ່ 1ໜ່ວຍ ຈະມີໂຄລີນລາຍເຖິງ 20% ສຳລັບໂຄລີນເປັນສ່ວນປະກອບຂອງເຍື່ອຫຸ້ມເຊວ ເຮັດໃຫ້ສະໝອງແລະລະບົບປະສາດແຂງແຮງ ຊ່ວຍໃຫ້ເຮົາມີຄວາມຈື່ຈຳທີ່ດີຂຶ້ນໄດ້
-ມີທາດເຫຼັກທີ່ຊ່ວຍຜະລິດເຊວເມັດເລືອດ ເຮັດໃຫ້ໃບໜ້າສົດໃສ ແລະ ວິຕາມິນບີ 1ແລະ ບີ 2 ໃນໄຂ່ໄກ່ສາມາດຊ່ວຍກຳຈັດໄຂມັນດ້ວຍ
-ເປັນອາຫານທີ່ດີໃນການຊ່ວຍບັນເທົາຄວາມເມື່ອຍລ້າ ຟື້ນຟູກຳລັງວັງຊາແລະຄາຍຄວາມຄຽດໄດ້
-ສຳລັບຜູ້ທີ່ຮັກສາຫຸ່ນ ແລະ ຫຼຸດນ້ຳໜັກ ການຮັບປະທານໄຂ່ໄກ່ມື້ລະ 2ໜ່ວຍໃນຕອນເຊົ້າ ຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຕ້ອງການ
-ຊ່ວຍບໄລຸງສາຍຕາ ໃນໄຂ່ໄກ່ມີສານຕ້ານອານຸມູນອິດສະຫຼະຊ່ວຍປ້ອງກັນເນື້ອເຍື່ອຈໍຕາມແລະການເສື່ອມຂອງຈໍປະສາດຕາ ສານອາຫານເຫຼົ່ານີ້ຈະພົບໄດ້ສູງໃນໄຂ່ແດງ.