ຄວນຮູ້! ກິນອາຫານຕອນເດິກຈະສົ່ງຜົນເສຍຕໍ່ສຸຂະພາບ
ຫາກໃນແຕ່ລະມື້ການຮັບຊປະທານອາຫານຂອງເຮົາຍັງບໍ່ພຍງພໍ ຈົນມີອາການຫິວໃນຊ່ວງເດິກ ຫຼືກິນອາຫານຕັ້ງແຕ່ຫຼັງ 22:00ໂມງ ເປັນຕົ້ນໄປຈົນຕິດເປັນນິໄສ ຈະສົ່ງຜົນເສຍຕໍ່ສຸຂະພາບຫຼືບໍ່ ມື້ນີ້ແອດມີຄຳຕອບກ່ຽວກັບເລື່ອງນີ້ມາຝາກ
“ ແມ່ນແທ້” ອາຫານທີ່ເຮົາກິນຄືກັນ ແຄເລີລີ່ເທົ່າກັນ , ແຕ່ກິນເວລາຕ່າງກັນ ຮ່າງກາຍເຮົາຈະມີການຈັດການກັບແຄເລີລີ່ເຫຼົ່ານີຕ່າງກັນ ຖ້າເຮົາກິນອາຫານໃນຊ່ວງເວລາຫາງເວັນ ຮ່າງກາຍກໍຈະເຜົາຜານໄປໃຊ້ເປັນພະລັງງານ ແຕ່ຖ້າເຮົາກິນຊ່ວງກາງຄືນຮ່າງກາຍກໍຈະເກັບເອົາໄວ້ເປັນພະລັງງານສຳຮອງສຳລັບໃຊ້ໃນມື້ຕໍ່ໄປ
ເຊິ່ງຖ້າເຮົາກິນຊ່ວງກາງຄືນໃນປະລິມານແຄເລີລີ່ຫຼາຍເກີນໄປ ຮ່າງກາຍຈະເກັບພະລັງງານສຳຮອງຫຼາຍເກີນໄປ ກໍເປັນປັດໄຈສ່ຽງຕໍ່ໂລກຕ່າງໆໄດ້
ແນະນຳຄວນຈະຮັບປະທານອາຫານກັບເວລານອນໃຫ້ຫ່າງກັົນຢ່າງນ້ອຍ 3ຊົ່ວໂມງ ເຊິ່ງການທີ່ທ້ອງແໜ້ນເກີນໄປ ພໍໄປນອນອາດຈະເຮັດໃຫ້ແໜ້ນທ້ອງ ເກີດກົດໄຫຼຍ້ອນ ເຮັດໃຫ້ຫຼັບບໍ່ສະໜິດ
ເຮັດໃຫ້ລົບກວນຄຸນນະພາບໃນການນອນໄດ້ ອີກຢ່າງເມື່ອຮ່າງກາຍກ່ຽວກັບຮໍໂມນຕ່າງໆ ອອກແບບມາໃຫ້ເວລາເຮົາກິນຊ່ວງເດິກສະສົມພະລັງງານໄວ້ສຳລັບໃຊ້ໃນເຊົ້າມື້ຕໍ່ໄປ ຫາກກິນຫຼາຍພ້ອມແລ້ວກໍກິນເດິກພ້ອມ ການເກັບພະລັງງານສ່ວນນີ້ກໍຈະຫຼາຍ ແລ້ວກໍເຮັດໃຫ້ເຮົາຕຸ້ຍງ່າຍ
ແຕ່ຖ້າເຮົາຮູ້ສຶກຫິດຕອນເດິກແທ້ໆ ກໍຄວນຈະກິນໃນປະລິມານທີ່ໜ້ອຍເຊັ່ນອາດຈະເປັນນົມຈັກກ່ອງໜຶ່ງຈະດີກວ່າ ແລະ ເພື່ອລ່ຽງການຮັບປະທານໃນມື້ເດິກເຮົາເອງຄວນຕ້ອງວາງແຜນການກິນມື້ເຊົ້າ, ມື້ສວາຍໃຫ້ດີ ສ່ວນມື້ແລງກໍຄວນປ້ອງກັນບໍ່ໃຫ້ຫິວຫຼາຍເກີນໄປ.