ຣັດເຊຍປະນາມອັງກິດ!ຫຼັງບໍ່ເຊີນຮ່ວມງານສົບພະລາຊີນີເອລີຊາເບດ
ລັດຖະບານຣັດເຊຍປະນາມອັງກິດ ບໍ່ເຊີນໃຫ້ມາຮ່ວມໃນງານສົບພະລາຊີນີເອລີຊາເບດທີ 2 ໃນວັນທີ 19ກັນຍາ
ມາເລຍ ຊາຄາໂລວາ ໂຄສົກປະຈຳກະຊວງການຕ່າງປະເທດຣັດເຊຍ ກ່າວປະນາມການຕັດສິນໃຈຂອງທາງການອັງກິດ
ທີ່ບໍ່ປະເຊີນເຈົ້າໜ້າທີ່ຈາກຣັດເຊຍເດີນທາງມາເຂົ້າຮ່ວມໃນງານສົບພະຊາລີນີ ເອລີຊາເບດ ວ່າ ບໍ່ເໝາະສົມ ຜິດທຳນອງຄອງທຳຫຼາຍ ແລະບອກຣັດເຊຍໄດ້ເຫັນຄວາມພະຍາຍາມຄັ້ງນີ້ຂອງອັງກິດທີ່ໃຊ້ຄວາມເສົ້າໂສກແຫ່ງຊາດ ເຊິ່ງຈັບໃຈຜູ້ຄົນຫຼາຍລ້ານຄົນທົ່ວໂລກ ເພື່ອຈຸດມຸ່ງໝາຍທາງພູມສາດ ແລະມີວັດຖຸປະສົງເພື່ອຕອບໂຕ້ປະເທດຣັດເຊຍ ເຊິ່ງຖືເປັນເລື່ອງບໍ່ເໝາະສົມຢ່າງຍິ່ງ
ຄວາມສຳພັນທາງການທູດລະຫວ່າງສະຫະລາດຊະອານາຈັກກັບຣັດເຊຍໃນທຸກໆດ້ານໄດ້ພັງທະລາຍທັງໝົດ ນັບຕັ້ງແຕ່ປະທານາທິບໍດີວະລາດິມີ ປູຕິນ ຜູ້ນຳຣັດເຊຍສົ່ງກອງກຳລັງທະຫານບຸກຢູເຄຼນ ໃນຂະນະທີ່ໂຄສົກປະຈຳຕົວປະທານາທິບໍດີປູຕິນເຄີຍກ່າວກ່ອນໜ້ານີ້ແລ້ວວ່າ ຜູ້ນຳຣັດເຊຍບໍ່ໄດ້ກຳລັງພິຈາລະນາທີ່ຈະໄປເຂົ້າຮ່ວມໃນງານສົບພະລາຊີນີ
ນອກຈາກຣັດເຊຍແລ້ວ ລັດຖະບານອັງກິດຍັງບໍ່ເຊີນເຈົ້າໜ້າທີ່ຈາກ ຊີເຣຍ, ເວເນຊູເອລາ, ປາກີສະຖານ, ເບລາຣຸດ ແລະ ມຽນມາ ໃຫ້ມາຮ່ວມໃນງານສົບເຊັ່ນກັນ ເນື່ອງຈາກບໍ່ໄດ້ມີຄວາມສຳພັນທາງການທູດເຕັມຮູບແບບກັບປະເທດເຫຼົ່ານັ້ນ ແຕ່ມີລາຍງານເກົາຫຼີເໜືອຖືກເຊີນໃຫ້ເຂົ້າຮ່ວມ ແຕ່ທາງການເກົາຫຼີເໜືອຈະສົ່ງພຽງຜູ້ແທນລະດັບທູດມາເຂົ້າຮ່ວມໃນພິທີ.