ໄບເດນປະກາດຊັດເຈນ! ຈະສົ່ງກຳລັງປົກປ້ອງໄຕ້ຫວັນ ຫາກຈີນເປີດສາກຮຸກຮານ
ປະທານາທິບໍດີໂຈໄບເດນ ແຫ່ງສະຫະລັດໃຫ້ສຳພາດວ່າ ຈະສົ່ງກອງກຳລັງສະຫະລັດປົກປ້ອງໄຕ້ຫວັນໃນກໍລະນີທີ່ຈີນເປີດສາກຮຸກຮານ ຄຳຖະແຫຼງຊັດເຈນທີ່ສຸດເທົ່າທີ່ເຄີຍມີມາຂອງຜູ້ນຳທ່ານນີ້ໃນປະເດັນດັ່ງກ່າວ
ລະຫວ່າງໃຫ້ສຳພາດໃບເດັນຖືກຖາມວ່າກອງກຳລັງສະຫະລັດ ຈະປົກປ້ອງເກາະປົກຄອງຕົນເອງທີ່ຈີນອ້າງວ່າເປັນສ່ວນໜຶ່ງຂອງດິນແດນຫຼືບໍ່ ເຂົາຕອບວ່າ “ ແມ່ນ ຖ້າໃນຄວາມເປັນຈິງ ມີການໂຈມຕີຢ່າງທີ່ບໍ່ເຄີຍປາກົດມາກ່ອນ”
ພໍຖືກຖາມເພີ່ມເຕີມຂໍຄວາມກະຈ່າງແຈ້ງ ໝາຍຄວາມວ່າສິ່ງນີ້ຕ່າງຈາກຢູເຄຼນໂດຍກອງກຳລັງສະຫະລັດ ທັງຊາຍແລະຍິງຈະປົກປ້ອງໄຕ້ຫວັນໃນກໍລະນີທີ່ຖືກຈີນຮຸກຮານແມ່ນຫຼືບໍ່ເຂົາຕອບວ່າ “ ແມ່ນ”
ເມື່ອສອບຖາມຄວາມຄິດເຫັນໃນເລື່ອງນີ້ໄປຍັງທຳນຽບຂາວ ທາງໂຄສົກທຳນຽບຂາວທ່ານໜຶ່ງເນັ້ນຢ້ຳວ່າ ນະໂຍບາຍຂອງສະຫະລັດ ທີ່ມີຕໍ່ໄຕ້ຫວັນຍັງຄົງບໍ່ປ່ຽນແປງ “ ແບບທີ່ທ່ານປະທານາທິບໍດີເຄີຍເວົ້າໃນເລື່ອງນີ້ມາກ່ອນ ໃນກຣຸງໂຕກຽວໃນຊ່ວງກາງປີ ທ່ານອະທິບາຍຢ່າງຊັດເຈນໃນຕອນນັ້ນວ່າ ນະໂຍບາຍໄຕ້ຫວັນຂອງເຮົາບໍ່ປ່ຽນແປງແລະນັ້ນຍັງຄົງເປັນຄວາມຈິງ”