ຈີນສົ່ງລົດໄຟຄວາມໄວສູງຮອດອິນໂດເນເຊຍແລ້ວ

ຈີນສົ່ງລົດໄຟຄວາມໄວສູງຮອດອິນໂດເນເຊຍແລ້ວ

ລົດໄຟຟ້າລາວໄວສູງສຳລັບໂດຍສານແລະລົດໄຟທົດສອບທີ່ຖືກຜະລິດຂຶ້ນແລະຖືກອອກແບບໂດຍສະເພາະສຳລັບໂຄງການລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໄດ້ເດີນທາງຈາກທ່າເຮືອຊິງເຕົ່າໃນຈີນ ມາເຖິງທ່າເຮືອຈາກາຕາຮຽບຮ້ອຍແລ້ວ

ການເດີນທາງມາເຖິງຂອງລົດໄຟດັ່ງກ່າວເປັນສັນຍາລັກຂອງຄວາມສຳເລັດອີກຂັ້ນໜອ່ງຂອງໂຄງການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ແລະຍັງເປັນຄັ້ງທຳອິດທີ່ມີການສົ່ງອອກລົດໄຟຄວາມໄວສູງທີ່ຜະລິດໃນຈີນໄປຍັງປະເທດອື່ນດ້ວຍ

ລົດໄຟດັ່ງກ່າວຖືກອອກແບບແລະຜະລິດໂດຍບໍລິສັດ CRRC Qingdao Sifang Co ດ້ວຍເທັກໂນໂລຊີຂັ້ນສູງຂອງລົດໄຟຟ້າຫົວລູກປືນ Fuxing ສາມາດເຮັດຄວາມໄວໄດ້ສູງສຸດທີ່ 350ກິໂລແມັດຕໍ່ຊົ່ວໂມງ ແລະຖືກອອກແບບຜະລິດຕາມມາດຕາຖານຂອງຈີນ ນອກຈາກນີ້ຍັງປັບລົດໄຟໃຫ້ເຂົ້າກັບສະພາບແວດລ້ອມໃນການເຮັດວຽກແລະສະພາບລາງໃນອິນໂດເນເຊຍອີກດ້ວຍ

ແນວໃດກໍຕາມ ຍັງມີກຳໜົດສົ່ງລົດໄຟທີ່ເຫຼືອອີກກວ່າ 10ຂະບງນຈາກຈີນໄປຍັງອິນໂນເນເຊຍພາຍໃນຕົ້ນປີ 2566 ທັງນີ້ໂຄງການລົດໄຟຈາກາຕາ-ບັນດຸງ ທີ່ສ້າງຂຶ້ນດ້ວຍເທັກໂນໂລຊີຂອງຈີນ ຈະສາມາດເລັ່ງໄລຍະເວລາການເດີນທາງລະຫວ່າງຈາກາຕາແລະບັນດຸງ ເຊິ່ງເປັນເມືອງຫຼວງຂອງແຂວງວາຕາເວັນຕົກໃນອິນໂດເນເຊຍ ຈາກທີ່ຕ້ອງໃຊ້ເວລາຫຼາຍກວ່າ 3ຊົ່ວໂມງເຫຼືອພຽງປະມານ 40ນາທີໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page