ແມ່ນແທ້ຫຼືບໍ່? ດື່ມກາເຟຕອນທ້ອງວ່າງສົ່ງຜົນຕໍ່ກະເພາະອາຫານ
ຄົນສ່ວນໃຫຍ່ຕື່ນເຊົ້າມານອກຈາກອາຫານເຊົ້າທີ່ຕ້ອງຮັບປະທານແລ້ວ ສິ່ງໜຶ່ງທີ່ຂາດບໍ່ໄດ້ເລີຍນັ້ນຄື ກາເຟ, ເຊິ່ງບາງຄົນອາດຈະເລືອກດື່ມກາເຟຮອງທ້ອງໂດຍທີ່ບໍ່ຕ້ອງກິນເຂົ້າເຊົ້າກໍໄດ້ ແຕ່ຮູ້ຫຼືບໍ່ການດື່ມກາເຟໃນຂະນະທີ່ທ້ອງວ່າງນັ້ນ ອາດຈະສົ່ງຜົນບໍ່ດີຕໍ່ກະເພາະອາຫານໄດ້
ວ່າແຕ່ຄວາມເປັນຈິງຈະເປັນແນວໃດມື້ນີ້ແອດເອົາຂໍ້ມູນມາບອກທຸກຄົນດັ່ງນີ້:
“ ແມ່ນແທ້” ເນື່ອງຈາກຂະນະທ້ອງວ່າງຮ່າງກາຍຈະຫຼັ່ງກົດໄຮໂດຄໍຣິກທີ່ເຮັດໃຫ້ພາວະຂອງກະເພາະອາຫານເປັນກົດ ຄາເຟອິນໃນກາເຟຈະກະຕຸ້ນໃຫ້ເກີດການຫຼັ່ງກົດຫຼາຍຂຶ້ນ
ເຊິ່ງຫາກບໍ່ມີອາຫານເຂົ້າໄຫໃນທ້ອງ ກົດນີ້ຈະເຂົ້າໄປທຳລາຍຝາຂອງກະເພາະອາຫານ ເຮັດໃຫ້ເປັນແຜໃນກະເພາະອາຫານ ແລະນຳໄປສູ່ການເປັນກົດໄຫຼຍ້ອນໄດ້ ເພື່ອປ້ອງກັນກົດໃນກະເພາະອາຫານ ຄວນຮັບປະທານອາຫານເຊົ້າຈັກເລັກໜ້ອຍ ຮອງທ້ອງແລ້ວຈຶ່ງຕາມດ້ວຍກາເຟຈະດີກວ່າ.