ແມ່ນແທ້ຫຼືບໍ່? ເປັນຍ້ອນຂີ້ຫູຕັນ ເຮັດໃຫ້ເຮົາຫູອື້ໄດ້

ແມ່ນແທ້ຫຼືບໍ່? ເປັນຍ້ອນຂີ້ຫູຕັນ ເຮັດໃຫ້ເຮົາຫູອື້ໄດ້


ອາການຫູອື້ເປັນອາການທີ່ເກີດຂຶ້ນເມື່ອການໄດ້ຍິນສຽງຫຼຸດລົງ ຫຼືໄດ້ຍິນບໍ່ຊັດເຈນ ຈະຮູ້ສຶກຄືມີຫຍັງມາອັດຫູໄວ້ ເຊິ່ງເກີດໄດ້ຈາກຫຼາຍສາເຫດ ແຕ່ໃຜຈະຄິດວ່າການມີຂີ້ຫູທີ່ຫຼາຍເກີນໄປ ກໍເປັນສາເຫດໜອ່ງທີ່ເຮັດໃຫ້ຫູອື້ ມື້ນີ້ແອດຈະມາບອກຄວາມເປັນຈິງວ່າແມ່ນແທ້ບໍ່ດັ່ງນີ້:

“ ແມ່ນແທ້” ເນື່ອງຈາກຂີ້ຫູອັດຕັນຈະຂວາງທາງເດີນຂອງສຽງ ຈະເຮັດໃຫ້ການນຳສຽງບົກພ່ອງ ເປັນສາເຫດຂອງການຫູອື້ໄດ້ ການເກີດຂີ້ຫູອຸດຕັນສ່ວນໃຫຍ່ຈະໃຊ້ເວລາເປັນມາເລື້ອຍໆ ຈົນມື້ໜຶ່ງຮູ້ສຶກໄດ້ວ່າການໄດ້ຍິນສຽງຫຼຸດລົງ ເຊິ່ງແພດຈະຊ່ອງຫູເບິ່ງ

ຖ້າຂີ້ຫູກ້ອນໃຫຍ່ຫຼາຍກໍຈະສາມາດເຫັນໄດ້ເລີຍ ຫາກປ່ອຍໃຫ້ຂີ້ຫູອຸດຕັນດົນໆ ກໍຈະສົ່ງຜົນເສຍຄືເສຍບຸກຄະລິກ ເພາະໄດ້ຍິນບໍ່ຊັດເຈນ ແລ້ວອາດຈະຕ້ອງຄອຍເອົານິ້ວມືໄປແຄະຫຼືຜັນຫູ ຫຼືວ່າເອົາອັນເເຄະໄປແຄະໃຫ້ເກີດອັນຕະລາຍ ແລ້ວອຸດຕັນດົນໆ ຈະເຮັດໃຫ້ສື່ສານໄດ້ບໍ່ດີ

ທີ່ສຳຄັນຄືຫາກທາງໃນມີການຕິດເຊືອມີຄວາມຊຶ້ນເກີດຂຶ້ນ ເກີດແບກທີເຣຍເຮັດໃຫ້ຊ່ອງຫູອັກເສບໄດ້ ອາດຈະລາມໄປເຖິງຫູຂັ້ນກາງອັກເສບໄດ້ດ້ວຍເຊັ່ນກັນ ສຳລັບການຮັກສາຂີ້ຫູອຸດຕັນ ສາມາດຮັກສາໃຫ້ຫາຍຂາດ ໂດຍການໄປພົບແພດເພື່ອດູດຂີ້ຫູອອກ ບໍ່ຄວນແຄະຫູດ້ວຍຕົນເອງເພາະຈະຍິ່ງເຮັດໃຫ້ຂີ້ຫູດັນເລິກເຂົ້າໄປອີກ ຫຼືອາດເຮັດໃຫ້ເກີດບາດແຜແລະການຕິດເຊືອໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page