5 ອາຫານທີ່ບໍ່ຄວນກິນຕອນທ້ອງວ່າງ
ອາການທ້ອງວ່າງເປັນພາວະ ທີ່ເກີດຂຶ້ນໄດ້ຕະຫຼອດ ແຕ່ກໍ່ຕ້ອງເລືອກ ບໍ່ແມ່ນວ່າອາຫານທຸກະໜິດຈະເໝາະກັບການຮັບປະມານຕອນທ້ອງວ່າງໆໄດ້ ເພາະສານອາຫານບາງປະເພດອາດສົ່ງຜົນເສຍຕໍ່ລະບົບທາງເດີນອາຫານ
ເຊິ່ງເຮັດໃຫ້ເກີດອາການຕ່າງໆຕາມມາໄດ້ ມື້ນີ້ແອດເອົາສາລະສຸຂະພາບກ່ຽວກັບອາຫານທີ່ບໍ່ຄວນຮັບປະທານຕອນທ້ອງວ່າງມາຝາກໄວ້ເປັນຂໍ້ມູນດັ່ງນີ້
-ໝາກກ້ວຍຫອມ: ເປັນໝາກໄມ້ທີ່ມີທາດແມັກນີຊຽມໃນປະລິມານສູງ ເຊິ່ງເປັນອັນຕະລາຍຕໍ່ຜູ້ທີ່ມີພາວະຂອງໂລກຫົວໃຈ ສ່ວນຜູ້ທີ່ບໍ່ມີພາວະຂອງໂລກຫົວໃຈກໍບໍ່ຄວນຮັບປະທານກ້ວຍຫອມໃນມື້ເຊົ້າເພາະມັນຈະເຮັດໃຫ້ງ່ວງຊືມໄດ້ ລວມເຖິງເຮັດໃຫ້ທ້ອງອືດອີກດ້ວຍ
-ອາຫານລົດເຜັດ: ເມື່ອເຮົາຮັບປະທານຕອນເຊົ້າຕອນທີ່ທ້ອງວ່າງ ອາຫານຕອນເຊົ້າຈະເປັນສາເຫດຂອງການກະຕຸ້ນລະບົບຍ່ອຍອາຫານໃຫ້ລະຄາຍເຄືອງເຮັດໃຫ້ນ້ຳເມືອກທີ່ເຄືອບກະເພາະອາຫານຢູ່ນຳມາເຊິ່ງອາການປວດທ້ອງໃນທີ່ສຸດ
-ໂຢເກິດ: ປະກອບດ້ວຍໂພໄບໂອຕິກ ເຊິ່ງເປັນແບັກ ທີເຣຍທີ່ຊ່ວຍໃຫ້ລຳໄສ້ແຂງແຮງແຕ່ຖ້າເຮົາຮັບປະທານຕອນທ້ອງວ່າງ ກົດໄຮໂດຣຄໍຣິກເຊິ່ງກະເພາະອາຫານລັ່ງອອກມາຈະເຮັດອັນຕະລາຍຕໍ່ແບັກທີເຣຍໄດ້ ຈຶ່ງຄວນຮັບປະທານໂຍເກິດຫຼັງມື້ອາຫານຈະດີກວ່າ
– ຂອງຫວານໃນປະລິມານຫຼາຍ ຫາກຮັບປະທານອາຫານທີ່ມີລົດຊາດຫວານປະລິມານຫຼາຍໆ ໃນຕອນເຊົ້າ ຈະເຮັດໃຫ້ຕັບອ່ອນເຮັດວຽກໜັກຂຶ້ນທັ້ງທີ່ມັນຫາກໍຕື່ນຫຼັງຈາກພັກຜ່ອນມາດົນຫຼາຍຊົ່ວໂມງ
-ຜັກໃບຂຽວ ຫາກຮັບປະທານຕອນທ້ອງວ່າງ ອາດຈະເຮັດໃຫ້ຮູ້ສຶກສຽດທ້ອງ, ທ້ອງອືດ ຫຼືເຈັບທ້ອງໄດ້ ເພາະຜັກໃບຂຽວມີເສັ້ນໃຍຄ້ອນຂ້າງຫຍາບເຮັດໃຫ້ຍ່ອຍໄດ້ຍາກ.