ຈີນປະນາມຄວາມເຫັນໄບເດນ ສົ່ງກຳລັງທະຫານເຂົ້າໄຕ້ຫວັນເພື່ອປົກປ້ອງການຮຸກຮານ

ຈີນປະນາມຄວາມເຫັນໄບເດນ ສົ່ງກຳລັງທະຫານເຂົ້າໄຕ້ຫວັນເພື່ອປົກປ້ອງການຮຸກຮານ

ຈີນປະນາມການສະແດງຄວາມຄິດເຫັນລ່າສຸດຂອງປະທານາທິບໍດີໂຈ ໄບເດນ ຜູ້ນຳສະຫະລັດທີ່ລະບຸວ່າ ພ້ອມສົ່ງກຳລັງທະຫານເຂົ້າໄຕ້ຫວັນ ເພື່ອປ້ອງກັນການຖືກຮຸກຮານ ຖືເປັນການລະເມິດຢ່າງຮ້າຍແຮງຕໍ່ນະໂຍບາຍອາທິປະໄຕເໜືອເກາະໄຕ້ຫວັນ

ປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ເຜີຍວ່າກອງທັບສະຫະລັດ ພ້ອມສົ່ງທະຫານຊ່ວຍເຫຼືອໄຕ້ຫວັນຫາກຈີນບຸກຮຸກຮານໄຕ້ຫວັນ ໂດຍເປັນບົດສຳພາດທີ່ປະທານາທິບໍດີໂຈ ໄບເດນ ທີ່ຢືນຢັນວ່າ ພ້ອມຈະຊ່ວຍເຫຼືອໄຕ້ຫວັນປ້ອງກັນຕົນເອງຫາກມີການບຸກຮຸກຈາກຈີນ ແລະເມື່ອຖືກຖາມວ່າ ສະຫະລັດຈະສົ່ງກອງກຳລັງທະຫານໄປຊ່ວຍໄຕ້ຫວັນໃນການສູ້ຮົບຫຼືບໍ່ ປະທານາທິບໍກີໄບເດນ ຕອບວ່າ ສະຫະລັດ ຈະສົ່ງກຳລັງທະຫານເຂົ້າຊ່ວຍໄຕ້ຫວັນຢ່າງແນ່ນອນ.

ການຕອບຄຳຖາມດັ່ງກ່າວຖືວ່າເປັນການປະກາດທີ່ຊັດເຈນທີ່ສຸດໃນການສະໜັບສະໜູນໄຕ້ຫວັນເຖິງບັນຫາຄວາມຂັດແຍ້ງລະຫວ່າງໄຕ້ຫວັນແລະຈີນ ເນື່ອງຈາກທາງສະຫະລັດມີນະໂຍບາຍທີ່ຄຸມເຄືອແລະສະຫະລັດຍັງບໍ່ເຄີຍອອກມາປະກາດຢ່າງຊັດເຈນເຖິງການສົ່ງກອງກຳລັງທະຫານເຂົ້າຊ່ວຍເຫຼືອໄຕ້ຫວັນ ຫາກການບຸກຮຸກໄຕ້ຫວັນຂອງຈີນເກີດຂຶ້ນ

ແນວໃດກໍຕາມ ໂຄສົກທຳນຽວຂາວ ອອກມາບອກວ່າ ເຖິງແມ່ນປະທານາທິບໍດີ ໄບເດນ ຈະອອກມາປະກາດພ້ອມສົ່ງກຳລັງທະຫານເຂົ້າຊ່ວຍເຫຼືອໄຕ້ຫວັນ ແຕ່ນະໂຍບາຍຂອງສະຫະລັດທີ່ມີຕໍ່ໄຕ້ຫວັນຈະຍັງບໍ່ປ່ຽນແປງ ໂດຍໂຄສົກຂອງທຳນຽບຂາວ ຢໍ້າວ່າປະທານາທິບໍດີ ໄບເດນ ເຄີຍປະກາດກ່ອນໜ້ານີ້ໃນຕອນຕົ້ນປີວ່າພ້ອມສົ່ງກຳລັງທະຫານຊ່ວຍເຫຼືອໄຕ້ຫວັນ ແຕ່ບໍ່ໄດ້ປະກາດຊັດເຈນໃນຂະນະນັ້ນວ່າ ນະໂຍບາຍຂອງສະຫະລັດທີ່ມີຕໍ່ໄຕ້ຫວັນຍັງບໍ່ປ່ຽນແປງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page