ຣັດເຊຍ-ຈີນ ເຫັນພ້ອມກະຊັບຄວາມຮ່ວມມືທາງທະຫານໃຫ້ຫຼາຍຂຶ້ນ
ຣັດເຊຍແລະຈີນ ເຜີຍເຫັນພ້ອມກັນທີ່ຈະກະຊັບຄວາມຮ່ວມມືທາງການທະຫານແລະຊ້ອມຮົບຮ່ວມກັນ
ສະຖາຄວາມໝັ້ນຄົງອັນຊົງອິດທິພົນຂອງຣັດເຊຍ ເປີດເຜີຍວ່າ ຈີນແລະຣັດເຊຍເຫັນພ້ອມກັນທີ່ຈະກະຊັບຄວາມຮ່ວມມືທາງດ້ານການທະຫານ
ດ້ວຍການມຸ່ງໝັ້ນຈັດການຊ້ອມຮົບຮ່ວມກັນ ທັງສອງປະເທດເຫັນຄວາມຮ່ວມມືທາງທະຫານໃຫ້ຫຼາຍຂຶ້ນກວ່ານີ້ ແລະ ຈັດການຮ່ວມຊ້ອມຮົບ ລວມເຖິງລາດຕະເວນຮ່ວມກັນ ຕະຫຼອດຈົນການຕິດຕໍ່ສື່ສານຢ່າງໃກ້ຊິດລະຫວ່າງຄະນະເສນາທິການຂອງສອງຝ່າຍ
ຖະແຫຼງການດັ່ງກ່າວມີຂຶ້ນໃນຂະນະທີ່ ນິໂຄໄລ ປາຣູເຊບ ເລຂາທິການສະພາຄວາມໝັ້ນຄົງຣັດເຊຍ ເດີນທາງຢ້ຽມຈີນແລະປະຊຸມຮ່ວມກັບເຈົ້າໜ້າທີ່ກ່ຽວກັບຄວາມໝັ້ນຄົງ
ຊ່ວງບໍ່ຮອດປີທີ່ຜ່ານມານີ້ ຣັດເຊຍແລະຈີນກະຊັບຄວາມຮ່ວມມື ແລະ
ຍົກຍ້ອງຄວາມເປັນມິດຕະພາບຢ່າງບໍ່ມີຂໍ້ຈຳກັດ ເຖິງແມ່ນວ່າປະທານາທິບໍດີວະລາດິມີ ປູຕິນ ຜູ້ນຳຣັດເຊຍ ຍອມຮັບວ່າ ຈີນສະແດງຄວາມວິຕົກກັງວົນຕໍ່ສະຖານະການໃນຢູເຄຼນ ໃນການປະຊຸມສຸດຍອດຜູ້ນຳທີ່ປະເທດອຸເບກິສະຖານໃນອາທິດທີ່ຜ່ານມາ.