5 ອາຫານທີ່ຄວນກິນຫຼັງອອກກຳລັງກາຍ

5 ອາຫານທີ່ຄວນກິນຫຼັງອອກກຳລັງກາຍ

ເມື່ອເຮົາອອກຳລັງກາຍຮ່າງກາຍຂອງເຮົາຕ້ອງການໂປຼຕິນເປັນຫຼັກເພື່ອຊ່ວຍສ້ອມແຊມຮ່າງກາຍ ແຕ່ໃນຂະນະດຽວກັນກໍຄວນຫຼຸດອາຫານທີ່ມີນ້ຳຕານສູງດ້ວຍເຊັ່ນກັນ ເຮົາລອງມາເບິ່ງກັນວ່າ ອາຫານທີ່ຄວນກິນຫຼັງຈາກອອກກຳລັງກາຍ ເພື່ອທີ່ຈະຊ່ວຍໃຫ້ຮ່າງກາຍເຜົາຜານພະລັງງານໄດ້ຢ່າງຕໍ່ເນື່ອງນັ້ນມີຫຍັງແດ່

-ເນື້ອສັດບໍ່ຕິດມັນ: ຫາກເຮົາອອກກຳລັງແລ້ວ ການກິນເນື້ອສັດບໍ່ຕິດມັນທີ່ມີໂປຼຕິນສູງນັ້ນ ຈະຊ່ວຍສ້ອມແຊມສ່ວນທີ່ການເສຍໄປໄດ້
-ເຂົ້າໜົມປັງ: ຫຼັງອອກກຳລັງມາຢ່າງໜັກ ຮ່າງກາຍຈະຕ້ອງການພະລັງງານຈາກຄາໂບໄຮເດດທີ່ຈະຊ່ວຍເຕີມພະລັງໃຫ້ກັບຮ່າງກາຍ ໂດຍໃຫ້ກິນເຂົ້າໜົມປັງ 1-2ແຜ່ນກໍພຽງພໍແລ້ວ ທັ້ງຍັງເຮັດໃຫ້ເຮົາອິ່ມທ້ອງດົນ ແລະບໍ່ເຮັດໃຫ້ຕຸ້ຍງ່າຍ

-ນົມຊັອກໂກແລັດໄຂມັນຕໍ່າ ເພາະນົມຊັອກໂກແລັດເປັນສ່ວນປະສົມທີ່ດີລະຫວ່າງໂປຼຕິນແລະຄາໂບໄຮເດດ ເຊິ່ງສານອາຫານທັ້ງ 2ຊະນິດນີ້ເປັນສານອາຫານຈຳເປັນສຳລັບການຟື້ນຟູຮ່າງກາຍ
-ໄຂ່ຕົ້ມ ເປັນໜຶ່ງໃນອາຫານທີ່ມີໂປຼຕິນສູງ ແລະບໍ່ຂັດຂວາງຕໍ່ລະບົບເຜົາຜານ ການເລືອກກິນໄຂ່ຕົ້ມຫຼັງຈາກອອກກຳລັງກາຍຈອ່ງເໝາະກັບຜູ້ທີ່ຕ້ອງການຫຼຸດນ້ຳໜັກດ້ວຍ

-ໝາກ້ວຍຫອມ: ມີທັງຄາໂບໄຮເດດ, ໂປຼຕິນ ແລະ ວິຕາມິນຊີ ເຊິ່ງເປັນວິຕາມິນຫຼັກຂອງຂະບວນການຜະລິດພະລັງງານຂອງຮ່າງກາຍ ພຽງກິນກ້ວຍຫອມໜຶ່ງໜ່ວຍ ຈະຊ່ວຍສ້າງຄວາມສົດຊື່ນໃຫ້ຮ່າງກາຍໄດ້ທັນທີ ແລະຍັງຊ່ວຍເຮັດໃຫ້ອິ່ມທ້ອງໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page