ນາຍົກອິນເດຍບອກ ປູຕິນ ຕອນນີ້ບໍ່ແມ່ນຍຸກແຫ່ງສົງຄາມ
ປະທານາທິບໍດີຣັດເຊຍແລະນາຍົກລັດຖະມົນຕີ ອິນ ເດຍ ພົບປະນອກການປະຊຸມສຸດຍອດຂອງອົງການຄວາມຮ່ວມມືຊ້ຽງໄຮ້ ທີ່ອຸເບກິສະຖານເປັນເຈົ້າພາບ ເຊິ່ງເປັນມື້ສຸດທ້າຍຈາກການປະຊຸມທັງໝົດ 2ມື້
ໃນການປະຊຸມນອກຮອບ ນາຍົກລັດຖະມົນຕີເຣນທາ ໂມທີ ແຫ່ງອິນເດຍ ບອກປະທານາທິບໍດີວະລາດິິມີ ປູຕິນ ແຫ່ງຣັດເຊຍວ່າ ຕອນນີ້ບໍ່ແມ່ນຍຸກແຫ່ງສົງຄາມ ແຕ່ຄວາມໝັ້ນຄົງດ້ານອາຫານ ແລະ ເຊື້ອໄຟ ເປັນໜຶ່ງໃນບັນຫາສຳຄັນຂອງໂລກໃນປະຈຸບັນ
“ ຂ້ອຍຮູ້ວ່າຍຸກປະຈຸບັນບໍ່ແມ່ນຍຸກແຫ່ງສົງຄາມ ແລະ ຂ້ອຍບອກຜ່ານທາງໂທລະສັບເຖິງປະເດັນນີແລ້ວ” ນາຍົກລັດຖະມົນຕີ ໂມທີ ກ່າວ ແລະ ເສີມວ່າ ປະຊາທິປະໄຕ ການທູດ ແລະ ການເຈລະຈາ ຈະຊ່ວຍກັນຮັກສາໂລກໃບນີ
ຂະນະທີ່ປະທານາທິບໍດີ ປູຕິນ ລະບຸເຂົ້າໃຈຄວາມກັງວົນຂອງຜູ້ນຳອິນເດຍກ່ຍວກັບສົງຄາມຢູເຄຼນ “ ຂ້ອຍຮູ້ຈຸດຢືນຂອງທ່ານກ່ຽວກັບຄວາມຂັດແຍ້ງໃນຢູເຄຼນ ແລະ ຂ້ອມຮູ້ກ່ຽວກັບຄວາມກັງວົນຂອງທ່ານ ເຮົາຕ້ອງການໃຫ້ທັງມົດນີ້ຍຸຕິໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້”