ອາການນອນບໍ່ຫຼັບ ສ່ຽງເປັນໂລກເບົາຫວານ
ນອນໜ້ອຍ ນອນບໍ່ຫຼັບ ສົ່ງຜົນເສຍຕໍ່ສຸຂະພາບແລະອາດເປັນສາເຫດນຳໄປສູ່ໂລກຕ່າງໆໄດ້ ບໍ່ວ່າຈະໂລກຫົວໃຈແລະຫຼອດເລືອດ, ໂລກມະເຮັງລຳໄສ້ ໂລກນອນບໍ່ຫຼັບຊໍາເຮື້ອ, ໂລກຕຸ້ຍ ຫຼືແມ່ນແຕ່ໂລກເບົາຫວານກໍເຊັ່ນກັນ
ແຕ່ໃນມື້ນີຈະມາບອກເລື່ອງການນອນບໍ່ຫຼັບກັບໂລກເບົາຫວານ ວ່າແຕ່ຈະມີຄວາມກ່ຽວຂ້ອງກັນແນວໃດ ເຮົາມີຂໍ້ມູນສຸຂະພາບກ່ຽວກັບເລື່ອງນີ້ມາຝາກ
ການນອນບໍ່ຫຼັບຫຼືອົດນອນບໍ່ພໍຢູ່ເປັນປະຈຳ ອາດບໍ່ແມ່ນພຶດຕິກຳທີ່ດີຕໍ່ສຸຂະພາບ ແຕ່ນັ້ນອາດນຳໄປສູ່ຄວາມສ່ຽງຂອງໂລກເບົາຫວານເພີ່ມຂຶ້ນໄດ້ ມີນັກວິໄຈໄດ້ວະເຄາະວ່າການອົດນອນສົ່ງຜົນໃຫ້ລະດັບນ້ຳຕານໃນເລືອດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຮ່າງກາຍຈຶ່ງເລັ່ງຜະລິດອິນຊູລິນ
ເພື່ອຄົງລະດັບນ້ຳຕານໃນເລືອດໃຫ້ເປັນປັກກະຕິ ຈົນອາດເຮັດໃຫ້ຮໍໂມນອິນຊູລິນບໍ່ສາມາດຄວບຄຸມລະດັບນ້ຳຕານໃນເລືອດໄດ້ອີກຕໍ່ໄປ ແລະ ຜົນຈາກການສຶກສາຄວາມສຳພັນລະຫວ່າງປັດໄຈກ່ຽວກັບການນອນຫຼັບ ແລະລະດັບກົດຢູຣິກໃນເລືອດກັບລະດັບນ້ຳຕານສະສົມໃນເລືອດພົບວ່າ ໃນຄົນທີ່ມີລະດັບນໍ້າຕານໃນເລືອດຫຼາຍກວ່າປົກກະຕິ ຄົນທີ່ນອນເດິກຕື່ນສວຍ
ລວມເຖິງຄົນນອນບໍ່ພຽງພໍຫຼືນອນຕໍ່າກວ່າ 6ຊົ່ວໂມງ ຈະມີລະດັບນ້ຳຕານສະສົມໃນເລືອດຫຼາຍກວ່າຄົນທີ່ເຂົ້ານອນໄວ ເນື່ອງຈາກການເຂົ້ານອນຜິດເວລາທຳມະຊາດ ຈະສົ່ງຜົນໃຫ້ລະດັບນ້ຳຕານໃນເລືອດສູງຕາມມາ.
ນອກຈາກນີ້ຄົນທີ່ເຮັດວຽກເປັນກະ, ຄົນທີ່ນອນບໍ່ຕໍ່ເນື່ອງເຊັ່ນ: ນອນຫຼັບໆຕື່ນໆ ກໍຈັດຢູ່ໃນກຸ່ມສ່ຽງດ້ວຍເຊັ່ນກັນ ດັ່ງນັ້ນຄົນທີ່ນອນຕື່ນສວຍ ພັກຜ່ອນບໍ່ພຽງພໍຈະເຮັດໃຫ້ຮ່າງກາຍຫຼັ່ງຮໍໂມນທີ່ຜິດປົກກະຕິໄປແລະສົ່ງຜົນຕໍ່ການເຮັດວຽກຂອງຕັບອອ່ນທີ່ບໍ່ດີ