ຜົນວິໄຈເຜີຍຫາກມີໝູ່ຕອນເດັກລວຍຈະຊ່ວຍໃຫ້ເຈົ້າລວຍຂຶ້ນໃນອານາຄົດ

ຜົນວິໄຈເຜີຍຫາກມີໝູ່ຕອນເດັກລວຍຈະຊ່ວຍໃຫ້ເຈົ້າລວຍຂຶ້ນໃນອານາຄົດ

ເປັນຜົນງານວິໄຈທີ່ໜ້າສົນໃຈ ທີ່ບອກວ່າ ຫາກມີໝູ່ໃນໄວເດັກທີ່ລ່ຳລວຍ ຈະຊ່ວຍໃຫ້ເຮົາລວຍຂຶ້ນໃນອານາຄົດ
ອາດຟັງເບິ່ງແປກໆ ແຕ່ນີ້ເປັນສິ່ງທີ່ນັກວິໄຈຫຼາຍໆມະຫາວິທະຍາໄລດັງຄົ້ນພົບ

ງານວິໄຈນີ້ເປັນງານວິໄຈທາງດ້ານເສດຖະສາດ ຈັດເຮັດຂຶ້ນມາໂດຍການຮ່ວມມືືກັນລະຫວ່າງມະຫາວິທະຍາໄລຮາວາດ, ມະຫາວິທະຍາໄລສະເຕນຟໍ ແລະ ມະຫາວິທະຍາໄລນິວຢອກ
ວິທີການວິໄຈກໍຄືວິເຄາະຂໍ້ມູນຈາກບັນຊີເຟສບຸກຈຳນວນກວ່າ 72.2ລ້ານບັນຊີ ຕັ້ງແຕ່ຊ່ວງອາຍຸ 20-44ປີ ເພື່ອແບ່ງໝວດໝູ່ຕົ້ນທືນທາງສັງຄົມອອກເປັນ 3ກຸ່ມໃຫຍ່ໆດັ່ງນີ້:

-ຄວາມເຊື່ອມໂຍງທາງເສດຖະສາດ: ເບິ່ງວ່າຜູ້ມີລາຍໄດ້ຕໍ່າກັບຜູ້ມີລາຍໄດ້ສູງມີຄວາມກ່ຽວຂ້ອງກັນແນວໃດ?
-ການສ້າງຄວາມຍຶດໝັ້ນທາງສັງຄົມເປັນພົນລະເມືອງ: ເບິ່ງວ່າພົນລະເມືອງມີສ່ວນຮ່ວມໃນຊຸມຊົນແລະໃຫ້ຄວາມຊ່ວຍເຫຼືອກັນໃນສັງຄົມຫຼາຍເທົ່າໃດ
ຈາກນັ້ນກໍເອົາຂໍ້ມູນມາວິເຄາະເຖິງຄວາມເຊື່ອມໂຍງໃນແຕ່ລະປະເດັນແລະ ສິ່ງທີ່ໜ້າສົນໃຈທີ່ນັກວິໄຈພົບກໍຄື ຫາກເດັກທີ່ເກີດມາໃນຄອບຄົວທີ່ມີລາຍໄດ້ຕໍ່າ

ໄດ້ເປັນໝູ່ແລະເຕີບໃຫຍ່າມາກັບເດັກທີ່ເກີດມາໃນຄອບຄົວທີ່ມີລາຍໄດ້ສູງ ຈະສົ່ງຜົນໃຫ້ໃນອານາຄົດ ເດັກທີ່ເກີດມາໃນຄອບຄົວທີ່ມີລາຍໄດ້ຕໍ່າ ຈະມີລາຍໄດ້ໂດຍສະເລ່ຍສູງຂຶ້ນກວ່າຄ່າປົກກະຕິເຖິງ 20%
ສ່ວນສາເຫດທີ່ເປັນແບບນັ້ນ ນັກວິໄຈຄາດວ່າໜ້າຈະກ່ຽວກັບແຮງຂັບເຄື່ອນ ເມື່ອໄດເຫັນມູ່ທີ່ລວຍກວ່າຈອ່ງມີຄວາມມຸ່ງໝັ້ນໃນການພັດທະນາຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page