ຜູ້ນຳຕຸຣາກີເຊື່ອປູຕິນເຕັມໃຈຈະຢຸດຕິຄວາມຂັດແຍ້ງໃນຢູ່ເຄຼນໄວໆ
ຜູ້ນຳຕຸຣາກີລະບຸວ່າ ຄວາມຮູ້ສຶກທີ່ເຮັດໃຫ້ເຂົາເຊື່ອແບບນີ້ຫຼັງຈາກທີ່ໄດ້ເຈລະຈາກັບປະທານາທິບໍດີ ປູຕິນ ໃນເວທີການປະຊຸມອົງກອນຄວາມຮ່ວມມືຊຽງໄຮ້ຫຼື SCO ທີ່ອຸເບກິສະຖານໃນອາທິດທີ່ຜ່ານມາແລ້ວ ແລະຜູ້ນຳຣັດເຊຍກ່າວໄວ້ວ່າຕ້ອງການຢຸດສົງຄາມນີ້ໃຫ້ໄວທີ່ສຸດແລະນັ້ນຈຶ່ງເຮັດໃຫ້ເຂົາເຊື່ອວ່າຜູ້ນຳຣັດເຊຍຕ້ອງການເລັ່ງເຄື່ອງເພື່ອຍຸຕິສົງຄາມນີ້ໂດຍໄວ
ເອີໂດອານ ລະບຸວ່າ ປູຕິນຍັງໄດ້ກ່າວເຖິງ “ ຕົວປະກັນ” 200ຄົນ ທີ່ຖືກແລກປ່ຽນລະຫວ່າງຣັດເຊຍແລະຢູເຄຼນ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃນເລື່ອງດັ່ງກ່າວເພີ່ມເຕີມວ່າຈະເປັນໃຜແດ່ ທັ້ງນີ້ຜູ້ນຳຕຸຣາກີສະແດງຈຸດຢືນຊັດເຈນມາຕະຫຼອດວ່າພ້ອມຈະເປັນຕົວກາງໃນການຍຸຕິຄວາມຂັດແຍ່ງນີ້ ແລະພະຍາຍາມສ້າງສົມດູນລະຫວ່າງນາໂຕ ເຊິ່ງຕຸຣາກີເປັນສະມາຊິກ ແລະຣັດເຊຍຄູ່ຂັດແຍ້ງ
ຂະນະທີ່ໃນຕົ້ນເດືອນທີ່ຜ່ານມາ ເອີໂດອານ ຍັງໄດ້ກ່າວຫາວ່າຊາດຕາເວັນຕົກດຳເນີນນະໂຍບາຍທີ່ຍຸແຍ່ຕໍ່ຣັດເຊຍ ແລະເຕືອນວ່າ ຫາກດຳເນີນການແບບນັ້ນ ກໍຈະເຮັດໃຫ້ສົງຄາມບໍ່ມີທ່າທີຈະຍຸຕິໂດຍງ່າຍ
ໂດຍກ່ອນໜ້ານີ້ ເຂົາໄດ້ໃຫ້ຄວາມຊ່ວຍເຫຼືອສະຫະປະຊາຊາດຫຼື UN ໃນການເປັນຕົວກາງໃຫ້ຣັດເຊຍເປີດທາງໃນທະເລດຳ ເພື່ອສົ່ງອອກທັນຍາພືດທີ່ຕົກຄ້າງໃນຢູເຄຼນ
ໃນອາທິດທີ່ຜ່ານມາ ປູຕິນ ກ່າວວ່າ ເຂົາເປີດກວ້າງທີ່ຈະເຈລະຈາກັບປະທານາທິບໍດີຂອງຢູເຄຼນ ແຕ່ປະທານາທິບໍດີໂວໂລດິມີ ເຊເລນສະກີ ກັບບໍ່ສົນໃຈ ແລະປູຕິນຍັງກ່າວກັບນາຍົກລັດຖະມົນຕີອິນເດຍດ້ວຍວ່າ ເຂົາຕ້ອງການຢຸດການຕໍ່ສູ້ຄັ້ງນີ້ ໃຫ້ໄດ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້