ຄວາມສູງບໍ່ເປັນບັນຫາ! ສາມີພັນລະຍາທີ່ສູງຕ່າງກັນເກືອບແມັດ

ຄວາມສູງບໍ່ເປັນບັນຫາ! ສາມີພັນລະຍາທີ່ສູງຕ່າງກັນເກືອບແມັດ

ເຄີຍເຫັນແຕ່ຄູ່ຮັກທີ່ອາຍຸຕ່າງກັນ ແຕ່ນີ້ຄື ຄູ່ສາມີແລະພັນລະຍາຜູ້ຍິງຮັກຜູ້ຍິງຄູ່ທຳອິດ ທີ່ເປັນເຈົ້າຂອງສະຖິຕິໃນກິນເນສ ເຊິ່ງມີຄວາມສູງຕ່າງກັນຫຼາຍທີ່ສຸດໃນໂລກ
ຈາກຂ່າວເລົ່າວ່າ ທັງສອງເປັນ ຊາວອາເມລິກາ ໃນລັດຢູທາ ສະຫະລັດອາເມລິກາ

ຮູ້ຈັກກັນຍ້ອນເປັນຄູສອນທີ່ໂຮງຮຽນດຽວກັນ ແລະເຂົ້າພິທີວິວາໃນເດືອນມີຖຸນາ ໂດຍ ຄິສຕີ ແຊເລີ ສູງ 182.22ຊັງຕີແມັດ ສ່ວນ ເຊເນກກາ ຄໍເຊັດຕິ ເນື່ອງມີພາວະແຄະ ລາວຈຶ່ງສູງພຽງ 97.2566ຊັງຕີແມັດ
ເຮັດໃຫ້ທັງສອງມີຄວາມສູງຫ່າງກັນເຖິງ 84.9634ຊັງຕີແມັດ ແຕ່ນັ້ນບໍ່ແມ່ນ ອຸປະສັກ ບັນຫາ


ເຊເນນກາ ບອກຄວາມສູງທີ່ຕ່າງກັນ ກັບເປັນຜົນດີຫຼາຍກວ່າຜົນເສຍກ້ວຍຊ້ຳ ເບິ່ງແຕ່ທຳຄວາມສະອາດເຮືອນ ທີ່ເຊເນກາເລົ່າວ່າ ເຮົາເຄີຍເວົ້າຢອກກັນຫຼິ້ນວ່າ ຂ້ອຍກໍທຳຄວາມສະອາດສ່ວນຢູ່ຕໍ່າສຸດ ສ່ວນເຈົ້າກໍທຳຄວາມສະອາດບໍລິເວນສູງໄປ ແລະຫວັງວ່າ ສະຖິຕິຂອງພວກເຮົາຈະຊ່ວຍໃຫ້ຜູ້ຄົນເປີດໃຈຍອມຮັບ ຄວາມແຕກຕ່າງ ບໍ່ວ່າຈະຕ່າງອາຍຸ, ຕ່າງຖານະ, ຕ່າງຄວາມສູງ ກໍຢູ່ກັນໄດ້ ຕາບໃດທີ່ຍັງບໍ່ຄິດ ຕ່າງຄົນ ຕ່າງໄປ ( ດີກວ່າ).

Leave a Reply

Your email address will not be published. Required fields are marked *

You cannot copy content of this page