ການນັ່ງເປັນເວລາດົນ ສົ່ງຜົນເສຍຕໍ່ສຸຂະພາບຫຼາຍກວ່າທີ່ຄິດ

ການນັ່ງເປັນເວລາດົນ ສົ່ງຜົນເສຍຕໍ່ສຸຂະພາບຫຼາຍກວ່າທີ່ຄິດ

ພຶດຕິກຳການນັ່ງດົນໆ ສ່ວນໃຫຍ່ຈະພົບໄດ້ຫຼາຍໃນກຸມໄວເຮັດວຽກ ໂດຍສະເພາະຄົນເຮັດວຽກຢູ່ໂຕະ ຫຼືພະນັກງານອັອບຟິດທີ່ຕ້ອງນັ່ງເປັນເວລາດົນ ບໍ່ຄ່ອຍມີການຍັບເຄື່ອນຮ່າງກາຍໄປມາ ເມື່ອເກີດພຶດຕິກຳແບບນີ້ສະສົມໄປເລື້ອຍໆ ສາມາດສົ່ງຜົນເສຍຕໍ່ຮ່າງກາຍໄດ້ ມາເບິ່ງກັນເລີຍວ່າຜົນກະທົບທີ່ເກີດຂຶ້ນຈາກການນັ່ງດົນມີດັ່ງລຸ່ມນີ້:


-ເຈັບຫຼັງທ່າທີ່ເຮົານັ່ງຢູ່ໝົດມື້ອາດເຮັດໃຫ້ເກີດອາການເຈັບຫຼັງ ລວມໄປເຖິງຄໍ, ບ່າ ແລະກະດູກສັນຫຼັງ ໃນຊ່ວງເລີ່ມທຳອິດເຮັດໃຫ້ເກີດອາການເຈັບເລັກໜ້ອຍ ແຕ່ສຸດທ້າຍອາການອາດຈະບໍ່ດີໄດ້ ດັ່ງນັ້ນຈຶ່ງຄວນບິດໂຕໄປມາຄ່ຶຍໆເພື່ອຂະຫຍາຍກ້າມເນື້ອສ່ວນຫຼັງລະຫວ່າງມື້ເບິ່ງໃຫ້ຮ່າງກາຍໄດ້ຜ່ອນຄາຍ


-ນ້ຳໜັກຂຶ້ນການນັ່ງດົນໆສົ່ງຜົນໃຫ້ການເຜົາຜານພະລັງງານໃນຮ່າງກາຍຊ້າລົງ ເພາະບໍ່ຄ່ອຍໄດ້ເຄື່ອນໄຫວຮ່າງກາຍເຮັດໃຫ້ນ້ຳໜັກຫຼາຍຂຶ້ນສ່ຽງຕໍ່ໂລກຕຸ້ຍໄດ້
-ບໍ່ມີສະມາທິ ສະໝອງໄດ້ຮັບອອກຊີເຈນບໍ່ພຽງພໍ, ສົ່ງຜົນໃຫ້ສະໝອງອື້ ເນື່ອງຈາກການນັ່ງເປັນເວລາດົນຈະໄປຂັດຂວາງການໄຫຼວຽນຂອງເລືອດ


-ກະດູກອ່ອນແອ ການນັ່ງຢູ່ກັບບ່ອນດົນໆສາມາດເຮັດກະດູກເສື່ອມສະພາບແລະເຮັດໃຫ້ແຮ່ທາດໃນກະດູກຫຼຸດລົງ
-ອິນຊູລິນມີບັນຫາການນັ່ງເປັນເວລາດົນໆ ພົບວ່າສາມາດເພີ່ມຄວາມສ່ຽງຂອງໂລກເບົາຫວານໄດ້ ພຽງແຕ່ເຮົາໃຊ້ຊີວິດແບບນັ່ງໆ, ນອນໆ ພຽງມື້ດຽວ ກໍສາມາດເຮັດໃຫ້ກິດຂະກຳຂອງ ອິຊູລິນຫຼຸດລຸດ ເມື່ອຮ່າງກາຍບໍ່ໄດ້ອິນ
ອິນຊູລິນຢ່າງເໝາະສົມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page