EU ກຽມຂວ້ຳບາດຮົງກາຣີເຊິ່ງເປັນຄັ້ງທຳອິດຊາດໃນກຸ່ມສະມາຊິກ

EU ກຽມລະງັບຊ່ວຍເຫຼືອຮົງກາຣີ ຂວ້ຳບາດຄັ້ງທຳອິດໃນກຸ່ມຊາດສະມາຊິກ ອ້າງກັງວົນບັນຫາການສໍ້ລາດບັງຫຼວງໃນປະເທດ

ສະຫະພາບຢູໂຣບສະເໜີລະງັບເງີນຊ່ວຍເຫຼືອແກ່ຮົງກາຣີມູນຄ່າກວ່າ 7.5ພັນລ້ານຢູໂຣບ ໂດຍອ້າງວ່າກັງວົນເລື່ອງບັນຫາການສໍ້ລາດບັງຫຼວງໃນຮົງກາຣີ ຖືເປັນໜຶ່ງໃນຄວາມຕຶງຄຽດລ່າສຸດທີ່ເກີດຂຶ້ນລະຫວ່າງອີຢູແລະຮົງກາຣີເຊິ່ງເປັນຊາດສະມາຊິກ

ໜ່ວຍງານບໍລິຫານຂອງສະຫະພາບຫຼືອີຢູ ສະເໜີໃຫ້ມີການລະງັບການໃຫ້ເງີນຊ່ວຍເຫຼືອຮົງກາລີມູນຄ່າ 7.5ພັນລ້ານຢູໂຣບ ຈາກບັນຫາການສໍ້ລາດບັງຫຼວງໃນຮົງກາຣີ ເຮັດໃຫ້ເປັນຄັ້ງທຳອິດທີ່ເກີດການຂວ້ຳບາດແບບນີ້ໃນກຸ່ມອີຢູ ເຊິ່ງສະມາຊິກ 27ປະເທດໂດຍອ້າງວ່າເພື່ອປົກປ້ອງຫຼັກແຫ່ງກົດໝາຍ.

ທີ່ຜ່່ານມາຮົງກາຣີແລະອີຢູປະເຊີນຄວາມສຳພັນຕຶງຄຽດກັນມາຫຼາຍເດືອນ ເພາະອີຢູກັງວົນວ່າລັດຖະບານຊາດນິຍົມຂອງນາຍົກລັດຖະມົນຕີວິກເຕີ ອໍບານ ຂອງຮົງກາຣີ ກຳລັງບັ່ນທອນຫຼັກແຫ່ງກົດໝາຍ ແລະໃຊ້ເງີນທີ່ໄດ້ຈາກອີຢູໃນການສ້າງຄວາມໝັ້ນຄົງໃນການແວດວົງຂອງຕົນເອງ ຂະນະທີ່ ອໍບານ ນາຍົກລັດຖະມົນຕີສາຍບປະຊານິຍົມ ນັ້ນມີຄວາມສຳພັນໃກ້ຊິດກັບປະທານາທິບໍດີວະລາດິເມຍ ປູຕິນຂອງຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page