ຄວນຮູ້! ອາຫານທີ່ສາມາດຮັກສາສິວໄດ້.

ຄວນຮູ້! ອາຫານທີ່ສາມາດຮັກສາສິວໄດ້.

ສິວ ເປັນບັນຫາກວນໃຈທີ່ເກີດຂຶ້ນໄດ້ທັງຜູ້ຍິງແລະຜູ້ຊາຍ ໂດຍສະເພາະສາວໆບໍ່ວ່າຈະມາຈາກການແພ້ເຄື່ອງສຳອາງຫຼືສິວທີ່ເກີດຂຶ້ນກ່ອນຊ່ວງມີປະຈຳເດືອນກໍຕາມ ກໍອາດເຮັດໃຫ້ເກີດຄວາມລຳຄານໃຈ ແລະຍັງຖິ້ມຮ່ອງຮອຍໄວ້ໃບໜ້າອີກດ້ວຍ

ມື້ນີ້ແອດຈະມາແນະນຳອາຫານທີ່ຈະຊ່ວຍໃນເລື່ອງຂອງການຮັກສາສິວເພື່ອໃຫ້ໃບໜ້າສວຍໃສມາຝາກດັ່ງນີ້
-ປາເຊວມອນ: ອຸດົມໄປດ້ວຍກົດໄຂມັນໂອເມກາ 3 ທີ່ຊ່ວຍໃຫ້ຜິວແຂງແຮງ ບັນເທົາອາການລະຄາຍເຄືອງໄດ້ ນອກຈາກນີ້ຍັງຊ່ວຍໃຫ້ອາການອັກເສບຂອງສິວບັນເທົາລົງ ຫຼຸດຮອຍຫ່ຽວຍານແລະຮອຍແດງຂອງຜິວ


-ໝາກແຕງໂມ ມີສານວິຕາມິນເອບີ 6 ແລະວິຕາມິນຊີ ຊ່ວຍໃຫ້ຜິວງາມໜ້າໃສ ແລະສາມາດກຳຈັດສິວໄດ້ເປັນຢ່າງດີ
-ໝາກເລັ່ນ ມີສານໄບໂອຟາໂວນອຍແລະວິຕາມິນຊີ ທີ່ຊ່ວຍຫຼຸດຮອຍດ່າງດຳແລະຮອຍແຜຈາກສິວອີກທັງຍັງຊ່ວຍຕ້ານເຊື້ອສິວແລະສ້ອມແຊມຜິວໃຫ້ເເຂງແຮງ
-ໝາກນາວ ອຸຸດົມໄປດ້ວຍວິຕາມິນຊີທີ່ຊ່ວຍບຳລຸງຜິວ ເຮັດໃຫ້ຜິວກະຈ່າງໃສ,ຫຼຸດສິວແລະຟື້ນຟູຄໍລາເຈນໃຕ້ຜິວໜັງ


-ໝາກພິລາ ມີສານສັງກະສີທີ່ຊ່ວຍຜັດເຊວຜິວແລະຊ່ວຍຫຼຸດການເກີດສິວອັກເສບໄດ້ ນອກຈາກນີ້ຍັງເຮັດໃຫ້ຮອຍດຳທີ່ເກີດຈາກສິວຈາງລົງອີກດ້ວຍ
ບັນຫາເລື່ອງສິວຮັກສາໄດ້ພຽງປັບພຶດຕິກຳການກິນອາຫານທີ່ເປັນປະໂຫຍດ ພຽງເທົ່ານີກໍຈະມີໃບໜ້າທີ່ງາມໃສໄຮ້ສິວ ແຖມຍັງຊ່ວຍເພີ່ມຄວາມໝັ້ນໃຈໃຫ້ກັບຕົວເຮົາເອງໄດ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page