ແມ່ນແທ້ຫຼືບໍ່? ການນອນບໍ່ພຽງພໍຈະເຮັດໃຫ້ຕຸ້ຍຂຶ້ນໄດ້
ຕອນກາງຄືນບໍ່ຍອມນອນ ອາດສົ່ງຜົນເສຍຕໍ່ຮ່າງກາຍໄດ້ ຫາກໄດ້ຮັບການພັກຜ່ອນທີ່ບໍ່ພຽງພໍແລ້ວບັນຫາດ້ານສຸຂະພາບຈະຖາມຫາຢ່າງແນ່ນອນ ຮູ້ຫຼືບໍ່ວ່າການນອນໜ້ອຍມີຜົນຕໍ່ນ້ຳໜັກຕົນເອງດ້ວຍ ວ່າແຕ່ເປັນຫຍັງການນອນໜ້ອຍ ຈຶ່ງເຮັດໃຫ້ສ່ຽງຕໍ່ການເກີດໂລກຕຸ້ຍໄດ້ ມື້ນີ້ແອດມີຂໍ້ມູນສຸຂະພາບມາບອກທຸກຄົນດັ່ງນີ້:
“ ແມ່ນຄວາມຈິງ ” ເພາະເມື່ອເຮົາເຂົ້ານອນບໍ່ເປັນເວລາ ຫຼືນອນຫຼັບບໍ່ພຽງພໍຈະສົ່ງຜົນກະທົບເຮັດໃຫ້ຮໍໂມນໃນຮ່າງກາຍມີຄວາມຜິດປົກກະຕິ ສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດ ເຮັດໃຫ້ຮໍໂມນເກລິນທີ່ກະຕຸ້ນໃຫ້ຢາກອາຫາເພີ່ມສູງຂຶ້ນ ແລະເຮັດໃຫ້ຮໍໂມນເລຕິນ ເຊິ່ງເປັນຮໍໂມນແຫ່ງຄວາມອີ່ມຫຼຸດລົງ ທັ້ງນີ້ການນອນໜ້ອຍຍັງກະຕຸ້ນໃຫ້ຮູ້ສຶກຢາກອາຫານທີ່ມີໄຂມັນແລະຄາໂບໄຮເດດສູງຂຶ້ນດ້ວຍ
ເຊິ່ງເຫດນີ້ຈຶ່ງເຮັດໃຫ້ເພີ່ມໂອກາດສ່ຽງໃນການເປັນໂລກຕຸ້ຍໄດ້ຂ້ອນຂ້າງສູງຕາມມານັ້ນເອງ ນອກຈາກນີ້ແລ້ວອາດຈະກະທົບຕໍ່ການເຮັດວຽກຂອງເຊວສະໝອງ ເຮັດໃຫ້ສະໝອງຂອງເຮົາຮູ້ສຶກຄຽດ ແຖມຍັງສົ່ງຜົນຕໍ່ເລື່ອງຂອງອາລົມໄດ້ອີກດ້ວຍ.