ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໂລກໃຫ້ຢ້ຳເຕືອນລະບຽບໂລກທີ່ຢູ່ບົນພື້ນຖານຂອງກົດລະບຽບ ແລະດຳເນີນການປະຕິຮູບສະຫະປະຊາຊາດຫຼື UN
ນາຍົກລັດຖະມົນຕີ ຟຸມິໂອະ ຄິຊິດະ ຜູ້ນຳຢີ່ປຸຸ່ນ ຮຽກຮ້ອງໂລກໃຫ້ຢ້ຳເຕືອນເຖິງຄວາມສຳຄັນຂອງລະບຽບໂລກທີ່ຢູ່ບົນພື້ນຖານຂອງກົດກະຕິກາທ່າມກາງຄວາມຂັດແຍ້ງໃນຢູເຄຼນແລະວິພາກວິຈານຣັດເຊຍຂູ່ໃຊ້ອາວຸດນິວເຄຼຍ
ຄິຊິດະ ກ່າວໃນເວທີປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ຫຼື UNGA ທີ່ນະຄອນນິວຢອກ ສະຫະລັດວ່າ ການປະຕິຮູບອົງກອນໂລກຈະເປັນເລື່ອງສຳຄັນ ເພື່ອຟື້ນຟູຄວາມໜ້າເຊື່ອຖືຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼັງຣັດເຊຍ ສະມາຊິກຖາວອນ ໃນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃຊ້ສິດທິຢັບຢັ້ງ.
ຄິຊິດະ ກ່າວຕໍ່ໄປວ່າ ການບຸກຢູເຄຼນຂອງຣັດເຊຍ ໄດ້ສັ່ນຮາກຖານຂອງລະບຽບໂລກທີ່ກຳນົດໄວ້ໃນກົດ UN ແລະດຽວນີ້ຮອດເວລາທີ່ຕ້ອງຍ້ອນກັບໄປສົນທະນາກັນແນວໃດ ແລະຫຼັກການຂອງກົດບັດເພື່ອເປັນຫຼັກປະກັນຕໍ່ລະບຽບໂລກທີ່ຢູ່ບົນພື້ນຖານຂອງລະບຽບ.
ນອກຈາກນີ້ ນາຍົກລັດຖະມົນຕີຢີ່ປຸ່ນກ່າວວ່າ ການຂົ່ມຂູ່ໃຊ້ອາວຸດນິວເຄຼຍຂອງຣັດເຊຍ ເປັນການຄຸກຄາມສັນຕິພາບ ແລະຄວາມປອດໄພຂອງປະຊາຄົມໂລກຢ່າງຮ້າຍແຮງ ເຊິ່ງເປັນເລື່ອງທີ່ຮັບບໍ່ໄດ້ຢ່າງຍິ່ງ ຂະນະທີ່ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນຳຣັດເຊຍກ່າວວ່າ ຣັດເຊຍບອກເປັນໄນ ບໍ່ປະຕິເສດການໃຊ້ອາວຸດນິວເຄຼຍໃນສົງຄາມທີ່ຍືດເຍື້ອ ຫາກຈຳເປັນຮຽກສຽງວິຈານຈາກຜູ້ນຳຫຼາກຫຼາຍທົ່ວໂລກ.