ຢາກເປັນຫົວໜ້າຄົນ ເຮົາຕ້ອງຫັດຮູ້ 5 ຂໍ້ດັ່ງນີ້

“ ຜູ້ນຳ” ເກັ່ງແລະຍິ່ງໃຫຍ່ໃນມື້ນີ້ ຈຳນວນບໍ່ໜ້ອຍ ຍົກລະດັບຂຶ້ນມາຈາກການເປັນ “ຜູ້ຕາມ” ມາກ່ອນ ແລະບໍ່ວ່າຈະຫຼິ້ນບົດບາດໃດ ພວກເຂົາກໍທຸ່ມສຸດຕົວເພື່ອສິ່ງທີ່ດີສະເໝີ

1.ເຂົ້າໃຈຫົວໜ້າ: ຫົວໜ້າມີອີິດທະພົນຫຼາຍ ຕໍ່ອານາຄົດ ໜ້າທີ່ການງານຂອງລູກນ້ອງ ຕ້ອງເລືອກວ່າຈະມີປະຕິສຳພັນ ກັບຫົວໜ້າແນວໃດ ແລະຕ້ອງການໃຫ້ຫົວໜ້າ ເບິ່ງເຮົາແບບໃດ ບາງທີອາດຕ້ອງປ່ອຍວາງອີໂກ້ຂອງຕົນເອງເລືອກຮັກສາສິ່ງທີ່ດີໄວ້

2. ປັບທັດສະນະຄະຕິ: ຄົນເຮົາມັກເບິ່ງສິ່ງຕ່າງໆຈາກມຸມມອງຕົນເອງ ແຕ່ຖ້າຟາກເປັນຜູ້ຕາມທີ່ດີຕ້ອງເປີດໃຈ ແລະເຂົ້າໃຈວ່າໂລກຄົນອື່ນ ລວມເຖິງຫົວໜ້າອາດບໍ່ໄດ້ເບິ່ງຫຍັງຄືກັນ ເຮົາຢາກໃຫ້ການເຮັດວຽກໄປໄດ້ດີ ກໍຕ້ອງຮຽນຮູ້ວ່າຫົວໜ້າເປັນຄົນແບບໃດ.

3.ເຮັດສິ່ງທີ່ຢາກໃຫ້ຄົນອື່ນເຮັດ: ຖ້າບໍ່ຮູ້ວ່າຄວນເປັນຜູ້ຕາມແບບໃດດີ ລອງຈິນຕະນາການເບິ່ງວ່າ ຖ້າຕົນເອງເປັນຫົວໜ້າ ຢາກໄດ້ລູກນ້ອງແບບໃດ ກໍຄວນຈະເຮັດໂຕແບບນັ້ນ ແລະຖ້າບໍ່ມັກລູກນ້ອງແບບໃດກໍຄວນຢຸດພຶດຕິກຳແບບທີ່່ວາຄືກັນ


4.ເຮັດວຽກເຊິງລຸກ: ຢ່າງທີ່ບອກໄປຕອນຕົ້ນວ່າ ການເປັນ “ ຜູ້ຕາມ” ຫຼື “ລູກນ້ອງ” ບໍ່ໄດ້ໝາຍຄວາມວ່າຕ້ອງລໍຖ້າຮັບຄຳສັ່ງພຽງຢ່າດຽວ ແຕ່ຜູ້ຕາມອານາຄົດຮຸ່ຈະໃຊ້ເວລາຮຽນຮູ້ງານຂອງຕົນເອງ ແລະວຽກຂອງຄົນອື່ນທີ່ກ່ຽວຂ້ອງໄດ້ດີ
5. ຊອກຮຽນຮູ້: ຜູ້ຕາມທີ່ດີຕ້ອງດຸໝັ່ນຮຽນຮູ້ ເພາະຢາກພັດທະນາຕົນເອງຢູ່ຕະຫຼອດເວລາ ຄົນກຸ່ມນີ້ບໍ່ໄດ້ຢາກຮູ້ ແຕ່ເລື່ອງພື້ນຖານ ແຕ່ຢາກເຂົ້າໃຈສິ່ງທີ່ພວກເຂົາສົນໃຈຢ່າງຈິງຈັງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page