ປີ້ຍົນອອກຈາກລັດເຊຍໝົດກ້ຽງ ຫຼັງປູຕິນ ສັ່ງເກນທະຫານສົ່ງໄປຢູເຄຼນ

ປີ້ຍົນອອກຈາກລັດເຊຍໝົດກ້ຽງ ຫຼັງປູຕິນ ສັ່ງເກນທະຫານສົ່ງໄປຢູເຄຼນ

ປີ້ຍົນທຽວດຽວຈາກຣັດເຊຍຂາຍໝົດກ້ຽງ ແລະລາຄາພຸ່ງ 3 ເທົ່າ ດ້ານສື່ຣັດເຊຍ ລາຍງານເກີດການປະທ້ວງໃນຫຼາຍເມືອງຂອງຣັດເຊຍລວມເຖິງໃນກຣຸງມອສໂກ ຫຼັງປະທານາທິບໍດີ ປູຕິນ ປະກາດຮຽກທາງທະຫານກອງໜຸນລາຍງານຕົວຫຼາຍແສນຄົນ ເພື່ອສົ່ງໄປຢູເຄຼນ

ປີ້ຍົນທ່ຽວດຽວອອກຈາກຣັດເຊຍ ຂາຍໝົດກ້ຽງຢ່າງວ່ອງໄວ ເຖິງແມ່ນວ່າລາຄາຈະພຸ່ງສູງກວ່າ 3ເທົ່າຕົວ ຫຼັງຈາກປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ມີຄຳສັ່ງຮຽກລະດົມພົນທະຫານກອງໜຸນລາຍງານຕົວທັນທີ 300.000ຄົນ

ທຽວບິນຈາກມອວໂກເຖິງອີຕັນບູ ເດີນທາງດ້ວຍສາຍການບິນ Turkish Airlines ຖືກຈອງເຕັມແລະບໍ່ສາມາດຫາຊື້ໄດ້ແລ້ວ ໃນມື້ດຽວກັນໄປຈົນເຖິງ 25ກັນຍານີ້ ໂດຍ 2ເມືອງນີ້ຊາວຣັດເຊຍສາມາດເຂົ້າໄດ້ໂດຍບໍ່ຕ້ອງມີວິຊ່າ

ດ້ານຣັດຖະບານຣັດເຊຍໃຫ້ຄວາມເຫັນວ່າຈະປິດຊາຍແດນຫ້າມບໍ່ໃຫ້ຊາວຮັດເຊຍ ທີ່ຢູ່ໃນຄ່າຍຖືກຮຽກລະດົມພົນຄັ້ງນີ້ ອອກນອກປະເທດຫຼືບໍ່ ພ້ອມກັບຂໍໃຫ້ປະຊາຊົນອົດທົນຈົນກວ່າກົດໝາຍໃໝ່ທີ່ຮຽກລະດົມທະຫານກອງໜຸນ ຈະມີຄວາມຊັດເຈນຫຼາຍກວ່ານີ້ ສ່ວນສຳນັກງານການທ່ອງທ່ຽວຂອງຣັດເຊຍຢືນຢັນວ່າ ຂະນະນີ້ຍັງບໍ່ມີການຫ້າມຊາວຮັດເຊຍເດີນທາງອອກນອກປະເທດແຕ່ຢ່າງໃດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page