ພັນລະຍາເຜີຍຫາກໍຮູ້ສາມີເປັນຜູ້ຍິງ ຫຼັງແຕ່ງງານມາ 6ປີບໍ່ເຄີຍມີຫຍັງກັນ
ເປັນອີິກເລື່ອງໜຶ່ງທີ່ເກີດຂຶ້ນໃນປະເທດອິນເດຍ ເມື່ອພັນລະຍາອາຍຸ 40ປີ ຫາກໍຮູ້ວ່າຄວາມເປັນຈິງແລ້ວສາມີຂອງຕົນເອງ “ ເປັນຜູ້ຍິງ” ຫຼັງຈາກແຕ່ງງານກັນມາດົນກວ່າ 6ປີ ຈົນລ່າສຸດລາວໄດ້ຕັດສິນໃຈເຂົ້າແຈ້ງຄວາມ
ພັນລະຍາເລົ່າວ່າ ລາວໄດ້ແຕ່ງງານກັບ ທ້າວ ວິຣາ ໃນປີ 2014 ແລະໄດ້ເດີນທາງໄປຮັນນີມູນກັບເຂົາທີ່ແຄເມຍຫຼາຍໆຢ່າງເບິ່ງຄືຈະມີຄວາມສຸກ ແຕ່ວ່າທັງສອງຄົນນັ້ນ ບໍ່ເຄີຍມີຫຍັງກັນເລີຍ ຕະຫຼອດໄລຍະເວລາກວ່າ 6ປີເຕັມ ( 2014-2022) ເມື່ອໃດທີ່ລາວຢາກມີຫຍັງກັບເຂົາ ສາມີກໍມັກຈະອ້າງວ່າເຂົາເຄີຍໄດ້ຮັບບາດເຈັບເມື່ອຫຼາຍປີກ່ອນ ເຮັດໃຫ້ບໍ່ສາມາດຮ່ວມຫຼັບນອນກັບລາວໄດ້
ຈົນກະທັ່ງໃນປີ 2022 ທ້າວ ວິຣາ ກໍບອກກັບພັນລະຍາວ່າເຂົາຕ້ອງການເດີນທາງໄປຜ່າຕັດຫຼຸດນ້ຳໜັກເຊິ່ງຕອນນັ້ນລາວກໍບໍ່ຕິດໃຈຫຍັງແຕ່ສຸດທ້າຍສາມີກໍໄດ້ສາລະພາບກັບລາວວ່າຄວາມຈິງແລ້ວລາວໄປຜ່າຕັດແປງເພດໃຫ້ຕົນເອງເປັນຄືຜູ້ຊາຍ
ຝັ່ງຂອງພັນລະຍາເຜີຍວ່ານັ້ນຄືຄັ້ງທຳອິດທີ່ລາວໄດ້ຮູ້ຄວາມຈິງວ່າສາມີຕົນເອງເປັນຜູ້ຍິງ ໂດຍບອກວ່າຫຼັງຈາກທີ່ເຂົາຜ່າຕັດແປງມາແລ້ວ ໃນທີ່ສຸດທັງສອງຈຶ່ງໄດ້ມີຫຍັງກັນ ແຕ່ພັນລະຍາບອກວ່າ ບັນຫາທີ່ຕາມມາຄືສາມີໄດ້ນອນກັບລາວຢ່າງຜິດທຳມະຊາດ.