ແກະເອງບໍ່ເປັນ! ສາວລົ້ມໂຕະກິນເຂົ້າຫຼັງແຟນບໍ່ແກະກຸ້ງໃຫ້ ບອກຊື້ iPhone 14ມາຂໍໂທດເຖິງຈະຄືນດີ.
ສາວໄຕ້ຫວັນໃຈຮ້າຍແຮງ ລົ້ມໂຕະກິນເຂົ້າຕໍ່ໜ້າຄອບຄົວແຟນ ເຫດແຟນບໍ່ແກະກຸ້ງໃຫ້ພ້ອມບອກໃຫ້ຄຸເຂົ່າລົງແລະຂໍໂທດພ້ອມຊື້ iPhone 14 ແລ້ວຈະຍອມຍົກໂທດໃຫ້
ການມີຄວາມສຳພັນກັນຢ່າງດົນນານບໍ່ແມ່ນເລື່ອງງ່າຍ ເພາະມີຫຼາຍມຸມມອງທີ່ຕ້ອງພິຈາລະນາ
ນອກຈາກປານີປານອມແລ້ວ ການປັບໂຕເຂົ້າຫາກັນລະກັນກໍມີຄວາມສຳຄັນ ລ່າສຸດກະແສໃນເຟສບຸກກຳລັງໃຫ້ຄວາມສົນໃຈສາວຄົນໜຶ່ງທີ່ອອກມາໂພສປະສົບການຂອງລາວກັບແຟນໜຸ່ມຫວັງວ່າຈະມີຄົນເຂົ້າຂ້າງແຕ່ຖືກຄົນໂຈມຕີໜັກ
ສາວຄົນໜຶ່ງໂພສໃນເຟສບຸກ 匿名2公社 ເລົ່າວ່າ ລາວກັບແຟນຄົບກັນມາ 1ປີ ພ້ອມມີຄວາມຄິດວ່າທຸກເທດສະການຈະຕ້ອງມີການສະເຫຼີມສະຫຼອງທຸກເດືອນ ແນ່ນອນວ່າ ວັນທີ 14ຂອງທຸກເດືອນມັນຄືກັບວັນແຫ່ງຄວາມຮັກ
ພ້ອມເລົ່າຕໍ່ມາວ່າແຟນລາວກັບບອກວ່າບໍ່ຕ້ອງການໃຫ້ຂອງຂັວນທຸກຄັ້ງທີ່ເປັນມື້ພັກ ແຕ່ສາວບໍ່ຍອມອ້າງວ່າ “ຂ້ອຍຂໍພຽງໃຫ້ຊືຂອງຂັວນໃຫ້ຫຼາຍກວ່າ 3.000ຢວນ ເຊິ່ງບໍ່ຫຼາຍຈົນເກີນແມ່ນບໍ່” ລາວກ່າວເສີມວ່າ ໃຜກໍຕ່າງອິດສາລາວຫຼາຍທີ່ໄດ້ແຟນດີໆແບບນີ້ ເວລາອອກໄປທ່ຽວກັບແຟນບໍ່ເຄີຍເອົາກະເປົາເງີນໄປ ພໍອອກໄປກິນ, ດື່ມ ແຟນກໍຍອມຈ່າຍໃຫ້.
ນອກຈາກນີ້ລາວຍັງກ່າວວ່າ “ ຖ້າບໍ່ແມ່ນເພາະເຂົາຄຸເຂົ່າໃນສາທາລະນະແລະຮ້ອງຂໍການໃຫ້ອາໄພຈາກຂ້ອຍ ຂ້ອຍຄົງເລີກກັບລາວໄປດົນເເລ້ວ” ໂດຍລ່າສຸດເທດສະການໄຫວ້ພະຈັນທີ່ຜ່ານມາ ລາວຕັດສິນໃຈເຂົ້າຮ່ວມງານສ້າງສັນກັບຄອບຄົວຂອງແຟນ ເຊິ່ງຄອບຄົວຂອງເຂົາຊືອາຫານທະເລແລະເນືອສັດຫຼາກຫຼາຍ ໂດຍມີກຸ້ງເປັນຂອງໂປດຂອງລາວຈຶ່ງຂໍໃຫ້ແຟນຊ່ວຍແກະກຸ້ງ ແຕ່ແຟນເຮັດພຽງແຕ່ຕັກມາວາງໃນຈານໃຫ້ແລະກ່າວວ່າ “ ຖ້າຢາກກິນກໍແກະເອງ”
ສາວຕົກໃຈຫຼາຍທີ່ແຟນບໍ່ຍອມແກະກຸ້ງໃຫ້ແລະບອກໃຫ້ແກະກິນເອງ ເພາະທຸກຄັ້ງທີ່ໄປກິນເຂົ້ານຳກັນ ແຟນຈະຊ່ວຍແກະໃຫ້ລາວຕະຫຼອດແລະລາວໃຈຮ້າຍເລີຍໄດ້ລົ້ມໂຕະກິນເຂົ້າ ແລະໄດ້ກ່າວວ່າແນວໃດກໍຕາມລາວຍັງຖ້າຂອງຂັວນເປັນໂທສັບ iPhone 14 ທີ່ແຟນຈະຊື້ມາຂໍຄືນດີເຖິງຈະດີຄືນ.