ແມ່ນແທ້ຫຼືບໍ່? ກິນເຂົ້າໄປ ດື່ມນ້ຳໄປ ເຮັດໃຫ້ອາຫານບໍ່ຍ່ອຍ
ບໍ່ໃຜເຄີຍດື່ມນ້ຳລະຫວ່າງກິນເຂົ້າບໍ..ເຊື່ອວ່າຫຼາຍໆຄົນອາດເຄີຍໄດ້ຍິນມາວ່າ ເຮົາບໍ່ຄວນດື່ມນ້ຳລະຫວ່າງການຮັບປະທານອາຫານ ເພາະຈະເຮັດໃຫ້ທ້ອງອືດ ອາຫານຍ່ອຍຍາກຫຼືອາຫານບໍ່ຍ່ອຍກໍມີ ແຕ່ຄວາມເປັນຈິງນັ້ນຈະເປັນແບບໃດມື້ນີ້ແອດມີຂໍ້ມູນກ່ຽວກັບເລື່ອງນີ້ມາຝາກດັ່ງນີ້
“ ບໍ່ເປັນຄວາມຈິງ” ເພາະນ້ຳດື່ມທີ່ເຮົາດື່ມໄປນັ້ນ ບໍ່ໄດ້ສົ່ງຜົນກະທົບຫຍັງຕໍ່ຄ່າ PH ຂອງນ້ຳຍ່ອຍ ຫຼືຄ່າຄວາມເປັນກົດເປັນດ່າງໃນກະເພາະອາຫານ ເພາະນ້ຳຍ່ອຍໃນກະເພາະອາຫານມີຄວາມເປັນກົດຢູ່ຂ້ອນຂ້າງຫຼາຍ ແມ່ນວ່າການດື່ມນ້ຳໃນປະລິມານຫຼາຍໆ ຈະສົ່ງຕໍ່ການປ່ຽນແປງຄ່າຂອງຄວາມເປັນກົດຂອງນ້ຳຍ່ອຍຢູ່ເລັກໜ້ອຍ ຫຼືຄ່າຄວາມເປັນົກດຂອງນ້ຳຍ່ອຍໃນກະເພາະອາຫານຖືກປ່ຽນແປງ
ກະເພາະອາຫານຈະພະຍາຍາມປັບສະພາບຄວາມເປັນກົດຂອງນ້ຳໃຫ້ກັບມາສູ່ສະພາບເດີມໄດ້ ພາຍໃນເວລາບໍ່ດົນ ເພາະກະເພາະອາຫານເອງມີກົນໄກການເຮັດວຽກທີ່ຊ່ວຍປ້ອງກັນການເຮັດວຽກຂອງລະບົບຍ່ອຍອາຫານດ້ວຍເຊັ່ນກັນ ແຕ່ໃນຂະນະດຍວກັນການຮັບປະທານເຂົ້າໄປ ດື່ມນ້ຳໄປ ກໍອາດເຮັດໃຫ້ເກີດຄວາມອີ່ມເຂົ້າໄວເກີນໄແ ອາດເຮັດໃຫ້ຮັບປະທານເຂົ້າໄດ້ໜ້ອຍແລະອາຫານຍ່ອຍຍາກກວ່າປົກກະຕິໄດ້.